ປະຊາຊົນທົ່ວທຸກພາກຂອງປະເທດກຽມຮັບມືກັບພາຍຸລະດູຮ້ອນ ທີ່ຈະເກີດຂຶ້ນໃນຕົ້ນເດືອນເມສານີ້

ປະຊາຊົນທົ່ວທຸກພາກຂອງປະເທດກຽມຮັບມືກັບພາຍຸລະດູຮ້ອນ ທີ່ຈະເກີດຂຶ້ນໃນຕົ້ນເດືອນເມສານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ພະຍາກອນສະພາບອາກາດລ່ວງໜ້ານັບແຕ່ວັນທີ 29 ມີນາ ຫາ 4 ເມສາ 2021 ນີ້ໃຫ້ຮູ້ວ່າ: ໃນໄລຍະວັນທີ 2 – 4 ເມສາ 2021 ທີ່ຈະມາເຖິງນີ້ ຢູ່ທົ່ວທຸກພາກ ຂອງປະເທດອາກາດຍັງຈະສືບຕໍ່ຮ້ອນ ແລະ ຮ້ອນອົບເອົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຝົນຈະຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ຍ້ອນບໍລິເວນຄວາມ ກົດດັນຂອງ ອາກາດຮ້ອນຈະອ່ອນກຳລັງລົງເລັກນ້ອຍ ສົມທົບກັບກະແສລົມ ຕາເວັນ ອອກ-ຕາເວັນ ອອກ ສ່ຽງເໜືອພັດປົກຄຸມ.

ສ່ວນລາຍລະອຽດຕ່າງໆສາມາດຕິດຕາມຢູ່ໃນແຈ້ງການລຸ່ມນີ້:

Related Articles

Leave a Reply