ປະຊາຊົນບັນດາເຜົ່າ ເຫັນຄຸນຄ່າຂອງສິ່ງທີ່ມີຊິວິດໃນປ່າດ້ວຍຫຼາຍເຫດຜົນ

ປະຊາຊົນບັນດາເຜົ່າ ເຫັນຄຸນຄ່າຂອງສິ່ງທີ່ມີຊິວິດໃນປ່າດ້ວຍຫຼາຍເຫດຜົນ

ສິ່ງທີ່ມີຊິວິດໃນປ່າ (ສັດປ່າ ແລະ ພຶດປ່າ) ເປັນແຫຼ່ງອາຫານ ແລະ ໂພສະນາການທີ່ສໍາຄັນ ພື້ນຖານອັນຈໍາເປັນສໍາລັບປະຊະຊົນບັນດາ ເຜົ່າໃນເຂດຊົນນະບົດ ແລະ ສິ່ງທີ່ມີຊິວິດໃນປ່າ ຍັງສະໜອງສິ່ງປຸກສ້າງ, ເປັນເຄື່ອງມື, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດໃຫ້ແກ່ປະຊຊົນບັນດາເຜົ່າ.
ສໍາລັບ ບັນດາຄອບຄົວປະຊຊົນຢູ່ເຂດຊົນນະບົດ, ການຊື້-ຂາຍ ຊິ້ນສ່ວນຕ່າງໆສັດປ່າ, ເຄຶ່ອງປ່າຂອງດົງ ແລະ ອື່ນໆ ເປັນກິດຈະກໍາຫຼັກຂອງຄອບຄົວ ເພື່ອສ້າງແຫຼ່ງລາຍຮັບໜຶ່ງ ແລະ ທ່າແຮງທີ່ສາມາດຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງການທາງດ້ານເສດຖະກິດຂອງປະຊຊົນບັນດາເຜົ່າ.
ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນະພາບສິ່ງແວດລ້ອມກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ : ຄວາມອຸດົມສົມບູນຂອງສິ່ງທີ່ມີຊິວິດໃນປ່າ ຍັງເປັນພື້ນຖານຊຸກຍູ້ແຫຼ່ງທ່ອງທ່ຽວແບບອະນຸລັກທໍາມະຊາດ, ກາຍເປັນທ່າແຮງໃນການສ້າງລາຍຮັບໃຫ້ຄອບຄົວປະຊຊົນຢູ່ເຂດຊົນະບົດ ແລະ ປະກອບສ່ວນສໍາຄັນໃຫ້ແກ່ວຽກງານຄຸ້ມຄອງປາ່.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply