ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງການດ່ວນ ມື້ວັນທີ 31 ກໍລະກົດ ເຖີງພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ໃຫ້ກຽມຮັບມືກັບຝົນຕົກໜັກ, ຟ້າຮ້ອງຟ້າເຫຼື້ອມ,ລົມພັດແຮງ ແລະ ອາດຈະເກີດມີ ຟ້າຜ່າ, ນ້ຳຖ້ວມຊູ, ຖ້ວມອັ່ງ ແລະ ດິນເຈື່ອນໃນໄລຍະວັນທີ 31 ກໍລະກົດ ຫາ 04 ສິງຫາ 2020.
ນັບແຕ່ວັນທີ 31 ກໍລະກົດ ຫາ 01 ສິງຫາ 2020 ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ຢູ່ແຂວງພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ຫົວພັນ, ຊຽງຂວາງ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື.
ວັນທີ 02 ຫາ 04 ສິງຫາ 2020 ຈະມີຝົນຕົກເປັນບໍລິເວນກວ້າງ, ພ້ອມຈະມີລົມພັດແຮງໃນຂອບເຂດທົ່ວປະເທດ ທີ່ຈະເຮັດໃຫ້ເກີດມີຟ້າຜ່າ, ນ້ຳຖ້ວມຊູ, ຖ້ວມອັ່ງ ແລະ ດິນເຈື່ອນ ຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ໄຊສົມບຸນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ນັບທັງນະຄອນຫຼວງວຽງຈັນ.
ຂ່າວ: ວຽງຈັນທາຍ

