ທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມຕື່ນຕົວ ແລະ ຄວາມພາກພູມໃຈ, ພົນລະເມືອງລາວຫຼາຍລ້ານຄົນໃນທົ່ວ 18 ເຂດເລືອກຕັ້ງທົ່ວປະເທດ ໄດ້ພ້ອມກັນຍ່າງກ້າວອອກຈາກບ້ານ ມຸ່ງໜ້າໄປຫາໜ່ວຍປ່ອນບັດເລືອກຕັ້ງໃນວັນອາທິດນີ້ ເພື່ອໃຊ້ສິດປະຊາທິປະໄຕຂອງຕົນ ຄັດເລືອກສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.
ທີ່ໜ່ວຍປ່ອນບັດ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ບ້ານທີ່ໄດ້ຮັບກຽດໃຫ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກ ແລະ ປະທານປະເທດ ສປປ ລາວ ລົງມາໃຊ້ສິດ.
ດຣ ຂວັນວິໄລ ຈັນຣາຊະນິຈອນ ໜຶ່ງໃນຜູ້ໄປໃຊ້ສິດ ໄດ້ເວົ້າດ້ວຍໜ້າຕາທີ່ເບີກບານວ່າ: “ຄັ້ງນີ້ເປັນຄັ້ງທີ 3 ແລ້ວ ທີ່ຂ້າພະເຈົ້າອອກມາເລືອກຕັ້ງ. ມື້ນີ້ ໄດ້ມາເຫັນບັນຍາກາດ ຮູ້ສຶກດີອົກດີໃຈ ທີ່ເຫັນທຸກຄົນຕື່ນຕົວ ອອກມາໃຊ້ສິດໃຊ້ສຽງ. ຂ້າພະເຈົ້າຫວັງວ່າ ຜູ້ແທນທີ່ຖືກເລືອກເຂົ້າໄປ ຈະປະຕິບັດໜ້າທີ່ຢ່າງເຕັມທີ່ ເປັນປາກເປັນສຽງໃຫ້ກັບປະຊາຊົນຢ່າງແທ້ຈິງ.”
ບ້ານດຽວກັນນີ້ ທ່ານ ພູວົງ ທຳມະວອນ ເລຂາພັກ ແລະ ນາຍບ້ານທ່າພະລານໄຊ ກ່າວວ່າ: ການກະກຽມຄວາມພ້ອມໃນຄັ້ງນີ້ ດຳເນີນໄປຢ່າງຮອບດ້ານ ບໍ່ວ່າຈະເປັນການຈັດແຈງສະຖານທີ່, ສິ່ງອຳນວຍຄວາມສະດວກ ຈົນຮອດວຽກງານຄວາມສະຫງົບ
“ໂດຍສະເພາະປີນີ້ ທີ່ໄດ້ຮັບກຽດຕ້ອນຮັບທ່ານ ປະທານປະເທດ ທອງລຸນ ສີສຸລິດ ລົງໃຊ້ສິດຢູ່ທີ່ນີ້ ພວກເຮົາໄດ້ກະກຽມຄວາມພ້ອມ 100%.”
ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ອາຈານ ເກີດມະນີ ພອນໄຊຍະລາດ ຕາງໜ້າຄະນະຄູ-ອາຈານໂຮງຮຽນມັດທະຍົມຕອນຕົ້ນຈອມທອງ ໄດ້ໃຫ້ສຳພາດດ້ວຍນ້ຳສຽງທີ່ໜັກແໜ້ນວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ. ການປ່ອນບັດຄັ້ງນີ້ ມີຄວາມໝາຍສຳຄັນໃນຖານະເຫດການທາງດ້ານປະຫວັດສາດການເມືອງ ພາຍໃຕ້ລະບອບປະຊາທິປະໄຕ ປະຊາຊົນ. ພວກເຮົາຕ້ອງການຜູ້ແທນທີ່ມີຄວາມຮູ້, ຄວາມສາມາດ, ປະສົບການ ແລະ ກ້າເປັນສຽງໃຫ້ປະຊາຊົນຢ່າງແທ້ຈິງ.”
ຜູ້ມີສິດປ່ອນບັດເລືອກຕັ້ງ ຫຼາຍທ່ານໃຫ້ສຳພາດເປັນສຽງດຽວກັນວ່າ: ຕົນເອງມີຄວາມຮູ້ສຶກພາກພູມໃຈ ແລະ ດີໃຈ ທີ່ໄດ້ມາໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີມາດຖານເງື່ອນໄຂຄົບຖ້ວນ, ກ້າເວົ້າ, ກ້າສະເໜີ, ຊື່ສັດບໍລິສຸດ ແລະ ຫວັງວ່າຜູ້ທີ່ຕົນເອງເລືອກ ຈະເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າ ກໍຄື ລົງໃກ້ຊິດຕິດແທດກັບປະຊາຊົນ ເພື່ອນຳເອົາຄຳຄິດຄຳເຫັນ, ຄຳສະເໜີ ຂອງປະຊາຊົນ ກໍຄື ບັນຫາຕ່າງໆ ທີ່ປະຊາຊົນໃຫ້ຄວາມສົນໃຈ ເປັນຕົ້ນ ບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ນຳໄປສະເໜີຕໍ່ໃນສະພາແຫ່ງຊາດ ເພື່ອກ້າວໄປສູ່ການປັບປຸງແກ້ໄຂ ໃຫ້ເປັນຮູບປະທຳ ແນໃສ່ປະກອບສ່ວນພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ຮຸ່ງເຮືອງສີວິໄລ.
ອີງຕາມ ຄະນະກຳມະການເລືອກຕັ້ງລະດັບຊາດ ບັ້ນເລືອກຕັ້ງໃນຄັ້ງນີ້, ທົ່ວປະເທດ ມີຜູ້ມີສິດເລືອກຕັ້ງ ສສຊ ແລະ ສສຂ ທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ. ໃນນີ້, ສະເພາະ ຢູ່ນະຄອນຫຼວງວຽງຈັນ ມີຜູ້ມີສິດເລືອກຕັ້ງ ທັງໝົດ 663.410 ຄົນ, ຍິງ 331.347 ຄົນ, ມີໜ່ວຍປ່ອນບັດເລືອກຕັ້ງ ທັງໝົດ 802 ໜ່ວຍ.
ການອອກມາໃຊ້ສິດຢ່າງຫຼວງຫຼາຍນີ້ ເປັນການຢືນຢັນເຖິງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ຂະບວນການເລືອກຕັ້ງ ແລະ ຄວາມຮັບຜິດຊອບຮ່ວມກັນ ໃນການກຳນົດທິດທາງຂອງອົງການນິຕິບັນຍັດຂອງປະເທດ ສຳລັບວາລະ 5 ປີຕໍ່ໜ້າ.
ຜົນຂອງການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຄາດວ່າຈະຊ່ວຍຊຸກຍູ້ການພັດທະນາປະເທດຊາດ, ເສີມສ້າງການບໍລິຫານລັດ, ແລະ ຮັບປະກັນວ່າ ສຽງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນບັນດາເຜົ່າໃນທົ່ວ ສປປ ລາວ ຈະໄດ້ຮັບການເປັນຕົວແທນທັງໃນລະດັບຊາດ ແລະ ລະດັບທ້ອງຖິ່ນຢ່າງຕໍ່ເນື່ອງ.
ຂ່າວ-ພາບ: ວຽງຈັນທາຍ

