ປະຊາຊົນລາວບັນດາເຜົ່າຜູ້ມີສິດເລືອກຕັ້ງທົ່ວປະເທດ ລວມທັງຜູ້ດຳລົງຊີວິດ ແລະ ປະຕິບັດໜ້າທີ່, ວຽກງານຢູ່ຕ່າງປະເທດ ຈໍານວນທັງໝົດ 4,764,384 ຄົນ (ຍິງ 2,384,104 ຄົນ) ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ໄດ້ພ້ອມກັນໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ຈໍານວນ 175 ທ່ານ ໂດຍມີຜູ້ສະໝັກຮັບເລືອກຕັ້ງທັງໝົດ ຈຳນວນ 243 ທ່ານ ແລະ ເລືອກເອົາສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຈໍານວນ 745 ທ່ານ ໂດຍມີຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນທັງໝົດ 1,041 ທ່ານ ເພື່ອເປັນຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ 50 ຊົນເຜົ່າຢູ່ສະພາແຫ່ງຊາດ ທີ່ເປັນອົງການສູງສຸດ ແຫ່ງອໍານາດລັດ ແລະ ສະພາປະຊາຊົນຂັ້ນແຂວງໃນແຕ່ລະທ້ອງຖິ່ນ.
ການປ່ອນບັດດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2026 ນີ້ໃນຂອບເຂດທົ່ວປະເທດ ແຕ່ທະຫານ ແລະ ຕໍາຫຼວດໄດ້ມີການປ່ອນບັດດັ່ງກ່າວກ່ອນໜ້ານີ້ແລ້ວ.
ສະເພາະການເລືອກຕັ້ງດັ່ງກ່າວຢູ່ນະຄອນຫຼວງວຽງຈັນ ມີຜູ້ມີສິດເລືອກຕັ້ງທັງໝົດ 685,808 ຄົນ (ຍິງ 340,980 ຄົນ) ໂດຍມີໜ່ວຍປ່ອນບັດ 843 ໜ່ວຍ ປະກອບມີ ໜ່ວຍປ່ອນບັດປົກກະຕິ 776 ໜ່ວຍ, ໜ່ວຍປ່ອນບັດເຄື່ອນທີ່ 8 ໜ່ວຍ ແລະ ໜ່ວຍສະເພາະສຳລັບກຳລັງປ້ອງກັນຊາດ–ປ້ອງກັນຄວາມສະຫງົບ 59 ໜ່ວຍ. ນອກຈາກນີ້ ຍັງມີຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ 23,349 ຄົນ ໂດຍໄດ້ຈັດສັນໜ່ວຍປ່ອນບັດໄວ້ 41 ໜ່ວຍ ເພື່ອອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງລາວໃນຕ່າງແດນ.
ຄວາມໜາຍ, ຄວາມສໍາຄັນການເລືອກຕັ້ງດັ່ງກ່າວ ເນື້ອແທ້ມັນແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃນການບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ; ເປັນການສ້າງເງື່ອນໄຂໃຫ້ພະນັກງານ, ທະຫານ, ຕໍາຫຼວດ ກໍຄືປະຊາຊົນລາວບັນດາເຜົ່າ ໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນ ຕາມທີ່ໄດ້ກໍານົດໄວ້ຢູ່ໃນມາດຕາ 36 ຂອງລັດຖະທໍາມະນູນ ກ່ຽວກັບສິດຂອງພົນລະເມືອງລາວ ໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ; ເປັນການເສີມຂະຫຍາຍສິດປະຊາທິ ປະໄຕຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກຕັ້ງເອົາຕົວແທນຂອງຕົນ ເພື່ອປະຕິບັດໜ້າທີ່ພິຈາ ລະນາຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຢູ່ກອງປະຊຸມສະພາແຫ່ງຊາດ ແລະ ບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ຢູ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ.
ການເລືອກຕັ້ງຄັ້ງນີ້ ຍັງເປັນເຫດການທາງການເມືອງຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈໍາເປັນໃນການປັບປຸງລະບົບອໍານາດແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ເພື່ອຕອບສະໜອງໜ້າທີ່ການເມືອງໃນໄລຍະໃໝ່ຂອງປະເທດເຮົາ.
ຂ່າວ-ພາບ: ວຽງຈັນທາມ

