ບັນຍາກາດຄວາມຄຶກຄື້ນ ແລະ ຄວາມມ່ວນຊື່ນໄດ້ປົກຄຸມພື້ນທີ່ຈັດງານ ໃນໂອກາດທີ່ປະຊາຊົນລາວຈຳນວນຫຼາຍ ໄດ້ເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງບຸນກຸດຈີນ 2026 ຊຶ່ງຈັດຂຶ້ນໂດຍ ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເພື່ອສົ່ງເສີມການແລກປ່ຽນດ້ານວັດທະນະທຳ ແລະ ສາຍສຳພັນມິດຕະພາບອັນດີລະຫວ່າງລາວ–ຈີນ.
ງານດັ່ງກ່າວຈັດຂຶ້ນເປັນເວລາ 2 ມື້ ຄື: ວັນທີ 7–8 ກຸມພາ 2026 ໂດຍມີການເປີດບູດ ແລະ ກິດຈະກຳຫຼາກຫຼາຍໃຫ້ປະຊາຊົນໄດ້ເຂົ້າຮ່ວມ ໂດຍສະເພາະເດັກນ້ອຍ ແລະ ນັກຮຽນ–ນັກສຶກສາ ໄດ້ຮຽນຮູ້ ແລະ ມ່ວນຊື່ນໄປພ້ອມໆກັນ .
ພາຍໃນງານ ຜູ້ເຂົ້າຮ່ວມໄດ້ພົບກັບກິດຈະກຳທີ່ຫຼາກຫຼາຍ ແລະ ໜ້າສົນໃຈ ເຊັ່ນ:
ການສະແດງສິລະປະ ແລະ ການສະແດງທາງວັດທະນະທຳ ຈາກຄະນະສິລະປະແຂວງຢຸນນານ, ກິດຈະກຳສຳຜັດວັດທະນະທຳຈີນ ເຊັ່ນ: ການແຕ້ມຮູບ ແລະ ການຮຽນຮູ້ຂະນົບທຳນຽມຈີນ, ການຫຼິ້ນເກມລຸ້ນຮັບລາງວັນ, ການຊີມອາຫານ ແລະ ຂະໜົມຈີນ, ການສະແດງເຊີດສິງໂຕ ທີ່ເຕັມໄປດ້ວຍຄວາມຄຶກຄື້ນ, ບູດຖ່າຍຮູບເຊັກອິນ ແລະ ການວາງສະແດງຮູບພາບ.
ນອກຈາກນັ້ນ ຍັງມີທີມແພດຜູ້ຊ່ຽວຊານຈາກປະເທດຈີນ ມາໃຫ້ບໍລິການ ກວດສຸຂະພາບເບື້ອງຕົ້ນ ແກ່ຜູ້ເຂົ້າຮ່ວມງານ ພ້ອມທັງການສະແດງ ຫຸ່ນຍົນອັດສະລິຍະທີ່ທັນສະໄໝ ໃຫ້ສາມາດສື່ສານ ແລະ ໂຕ້ຕອບກັບຜູ້ເຂົ້າຮ່ວມໄດ້ຢ່າງໃກ້ຊິດ.
ພາຍໃນງານ ຍັງມີການແຈກຢາຍຂອງຂວັນ ແລະ ຂອງທີ່ລະລຶກຫຼາກຫຼາຍ ໃຫ້ແກ່ຜູ້ທີ່ເຂົ້າຮ່ວມຫຼິ້ນເກມ ເຊັ່ນ: ປະຕິທິນ, ໜ້າກາກ, ໝວກສຳລັບແຕ້ມທາສີ, ຊາຈີນ, ຂະໜົມ ແລະ ຂອງທີ່ລະລຶກອື່ນໆ ອີກຫຼາຍລາຍການ.
ຂ່າວ: ຕູ່

