ປະຊາຊົນຫຼາຍກວ່າ 9.000 ຄົນໃນເຂດເຊທ່າມວກເມືອງພີນຈະໄດ້ຊົມໃຊ້ນ້ຳປະປາໃນໄວໆນີ້

 ປະຊາຊົນຫຼາຍກວ່າ 9.000 ຄົນໃນເຂດເຊທ່າມວກເມືອງພີນຈະໄດ້ຊົມໃຊ້ນ້ຳປະປາໃນໄວໆນີ້

ປະຊາຊົນ 9,215 ຄົນ ຢູ່ 7 ບ້ານລວມມີ ບ້ານອຸດົມໄຊ, ບ້ານເຊສະຫວ່າງ, ບ້ານຊະນະມີໄຊ, ບ້ານໄຊສົມບູນ, ບ້ານສີບຸນເຮືອງ, ບ້ານປາເຫຼັກ, ບ້ານໂນນໄຊ ຢູ່ ເມືອງພິນ ແຂວງສະຫວັນນະເຂດຈະໄດ້ໃຊ້ນໍ້າປະປາໃນໄວໆນີ້.

ໂຄງການ ກໍ່ສ້າງນ້ຳປະປາເຂດເຊທ່າມວກ ໄລຍະທີ 1 ນີ້ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກອົງການສະຫະປະຊາຊາດ ດ້ານເຄຫະສະຖານປະຈໍາ ສປປ ລາວ (UN-habitat), ພາຍໃຕ້ໂຄງການ “ສ້າງຄວາມ ເຂັ້ມແຂງ ເພື່ອຫຼຸດຜ່ອນຜົນກະ ທົບຕໍ່ໄພພິບັດໃນບັນດາຕົວເມືອງນ້ອຍທີ່ມີຄວາມສ່ຽງ ຢູ່ໃນ ສປປ ລາວ”. ສະເພາະການພັດ ທະນາພື້ນຖານໂຄງລ່າງໃນ ເຂດເຊທ່າມວກເມືອງພີນ ນີ້ແມ່ນ ການກໍ່ສ້າງລະບົບນ້ຳປະປາ ຊຶ່ງໄລຍະເວລາການກໍ່ສ້າງ ຂອງໂຄງການໄລຍະທີ 1 ແມ່ນ 12 ເດືອນ (ເລີ່ມແຕ່ເດືອນ 12 ປີ 2023 ຫາເດືອນ 12 ປີ 2024), ມີມູນຄ່າ 770,839 ກວ່າໂດລາສະຫະລັດ ໂດຍໄດ້ ກໍ່ສ້າງສໍາເລັດແລ້ວ 100%.

ເມື່ອມໍ່ໆມານີ້, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງ ການເງິນ ພ້ອມດ້ວຍທ່ານ ນາງ ກາຊູໂກ ອິຊິກາກິ (Kazuko Ishigaki) ຜູ້ອຳນວຍການ ພາກພື້ນອາຊີ-ປາຊີຟິກອົງ ການສະປະຊາຊາດດ້ານເຄຫະ ສະຖານປະຈໍາ ສປປ ລາວ (UN-habitat); ທ່ານ ໂບໂຄ ເດຍເບີການ໋ອບ (Bokhodir Burkhanov) ຜູ້ປະສານງານ UN ປະຈຳ ສປປ ລາວ ພ້ອມຄະນະ ແລະ ພາກສ່ວນຕ່າງໆທີ່ ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ລົງຢ້ຽມຢາມໂຮງງານຜະລິດນ້ຳປະປາດັ່ງກ່າວ.

ທີ່ມາ: ສະຫວັນພັດທະນາຂ່າວ

Related Articles

Leave a Reply