ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ແຈ້ງເຕືອນເມື່ອບໍ່ດົນມານີ້ ໃຫ້ປະຊາຊົນເຂດພາກໃຕ້ກຽມຮັບມືກັບພະຍຸໝຸນເຂດຮ້ອນ ຊຶ່ງອາດຈະມີຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີນ້ຳຖ້ວມ ແລະ ນ້ຳຖ້ວມອັ່ງ ໃນໄລຍະວັນທີ 9 – 11 ຕຸລາ 2020 ທີ່ຈະມາເຖິງນີ້ ຍ້ອນວ່າຍ່ອມຄວາມກົດດັນອາກາດຕ່ຳຈະກໍ່ຕົວຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເພີ່ມກໍາລັງແຮງຂຶ້ນຕາມລໍາດັບທີ່ມີຄວາມເປັນໄປໄດ້ທີ່ຈະກາຍເປັນພະຍຸໝຸນເຂດຮ້ອນມາປົກຄຸມເຂດພາກ ໃຕ້.
ສະເພາະສະພາບອາກາດນັບແຕ່ວັນທີ 5 ຫາ 11 ຕຸລາ 2020, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງໃຫ້ຮູ້ວ່າ: ທົ່ວທຸກພາກຂອງປະເທດ ໃນຕອນເຊົ້າ ຈະມີອາກາດເຢັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ ບາງທ້ອງຖິ່ນ.
ຂ່າວ: ວຽງຈັນທາຍ
ຂໍ້ມູນ: ກົມອຸຕຸນິຍົມ

