ປະຊາຊົນ ຈໍານວນ 15 ບ້ານ (ປະມານ 748 ຄົນ) ເມືອງສຳພັນ ແຂວງຜົ້ງສາລີ ມີຄວາມຕຶ່ນຕົວຢ່າງເປັນຂະບວນຟົດຟື້ນເຂົ້າຮ່ວມຝຶກອົບຮົມວິທີການປ້ອງກັນການລະບາດຂອງພະຍາດໂຄວິດ-19, ຈັດໂດຍ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງສຳພັນ ຮ່ວມກັບຫ້ອງການສາທາລະນະສຸກເມືອງ, ສະຫະພັນແມ່ຍິງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຊຶ່ງໄດ້ເລີ່ມແຕ່ຕົ້ນເດືອນທັນວາ 2020 ແລະ ສໍາເລັດໃນວັນທີ 9 ມັງກອນ 2021 ແລ້ວນີ້, ໂດຍການໄດ້ຮັບການສະໜັບສະໜູນ ຈາກອົງການພັດທະນາແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC).
ສໍາລັບ ການໂຄສະນາເຜີຍແຜ່ ແລະ ວິທີການປ້ອງກັນການລະບາດຂອງພະຍາດຄັ້ງນີ້ ແມ່ນສຸມໃສ່ໃຫ້ປະຊາຊົນໄດ້ມີຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ວິທີການປ້ອງກັນການລະບາດຂອງພະຍາດໂຄວິດ-19, ການຫຍິບຜ້າອັດປາກ-ອັດດັງ, ຮູ້ຈັກຜະລິດເຈວລ້າງມືໂດຍການເອົາ ເຫຼົ້າທີ່ຫາໄດ້ພາຍໃນບ້ານ ມາປະສົມກັບເຈວປະເພດອຶ່ນທີ່ຫາໄດ້ພາຍໃນບ້ານ ເພື່ອເກັບໄວ້ນໍາໃຊ້ໃນຄອບຄົວ. ພ້ອມກັນນັ້ນ ຍັງຮູ້ວິທີຜະລິດຢາຂ້າເຊື້້ອ ແລະ ທໍາຄວາມສະອາດພາຍໃນເຮືອນ ເພື່ອເປັນການແກ້ໄຂບັນຫາເບື້ອງຕົ້ນ ຖ້າຫາກມີການລະບາດເກີດຂຶ້ນພາຍໃນບ້ານ.
ພີເສດຄູຝຶກໄດ້ເນັ້ນໃຫ້ອົງການປົກຄອງບ້ານ, ສະຫະພັນແມ່ຍິງ, ອາສາສະໝັກບ້ານ ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ເຖົ້າແກ່ແນວໂຮມ ມີຄວາມຮູ້ໃນດ້ານດັ່ງກ່າວໃຫ້ເລິກເຊິ່ງຕຶ່ມ ທັງນີ້ກໍເພື່ອເຮັດໃຫ້ເຂົາເຈົ້າສາມາດເປັນຕົວຫຼັກ ໃນການແກ້ໄຂບັນຫາພາຍໃນບ້ານຂອງຕົນໃນເວລາມີຜູ້ຕິດເຊື້ອ ພະຍາດໂຄວິດ-19 ມາຈາກທາງນອກ.
ຂໍ້ມູນ: ທລຍ

