ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສຸນທອນພົດ ໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍທ່ານໄດ້ກ່າວ ເນັ້ນໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງເອົາໃຈໃສ່ ຕື່ມບາງບັນຫາເຖິງແມ່ນວ່າໃນໄລຍະທີ່ຜ່ານມາ ບັນດາວຽກງານຕ່າງໆຈະສໍາເລັດຕາມແຜນການທີ່ວາງໄວ້ກໍ່ຕາມ.
ບັນຫາທີ່ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະເໜີໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງເອົາໃຈໃສ່ຕື່ມນັ້ນປະກອບມີ: ຢາກໃຫ້ເປັນເຈົ້າການປະສານສົມທົບກັບຄະນະພັກ, ອົງການປົກຄອງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາ ຊົນແຕ່ລະຂັ້ນ ເພື່ອພ້ອມກັນເອົາໃຈໃສ່ຫ້າງຫາກະກຽມວຽກງານຮອບ ດ້ານໃຫ້ແກ່ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ຕ້ອງຍົກສູງຄວາມຮັບຜິດຊອບ ໃນການປະຕິບັດບົດບາດດ້ານນິຕິບັນຍັດໃຫ້ດີ, ຍົກສູງຄຸນນະພາບການປັບປຸງ, ກໍ່ສ້າງກົດໝາຍ, ການສ້າງກົດໝາຍຕ້ອງແມ່ນການ ຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກເປັນກົດໝາຍທີ່ເລີ່ມຈາກຄວາມມຸ່ງ ມາດປາຖະໜາ ຂອງປະຊາຊົນ ແລະ ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະ ເພື່ອປະຊາຊົນຢ່າງແທ້ຈິງ, ທັງສອດຄ່ອງກັບສະພາບຈຸດພິເສດ ຂອງຊາດລາວ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຕ້ອງຍົກສູງບົດບາດການພິຈາລະນາ, ຮັບຮອງ ແລະ ຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ດ້ວຍຄວາມຮັບຜິດຊອບການເມືອງ ອັນສູງສົ່ງຕໍ່ພັກ, ຕໍ່ປະຊາຊົນ, ມີການຄົ້ນຄວ້າບັນຫາຢ່າງເລິກ ເຊິ່ງ, ມີຂໍ້ມູນທີ່ລະອຽດຊັດເຈນ, ສະເໝີວິທີການແກ້ໄຂ ແລະ ມາດຕະການຕໍ່ແຕ່ລະບັນຫາດ້ວຍເຫດ ແລະ ຜົນ ເພື່ອໃຫ້ອົງການລັດ ຂັ້ນຕ່າງໆ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີໝາກຜົນນໍາເອົາຜົນ ປະໂຫຍດສູງສຸດ ມາໃຫ້ປະເທດຊາດ ແລະ ປະຊາຊົນ, ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການກວ່າ ເກົ່າ ໃນການເຄື່ອນໄຫວຕິດຕາມ, ກວດກາການເຄົາລົບ ແລະ ປະຕິບັດ ລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດ ຂັ້ນຕ່າງໆ , ເອົາໃຈໃສ່ຕິດຕາມ, ກວດກາ, ການແກ້ໄຂຜົນການກວດສອບຂອງບັນດາຫົວໜ່ວຍທີ່ນໍາໃຊ້ງົບປະມານ ແລະ ຊັບສິນຂອງລັດ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ ຢ່າງເຂັ້ມງວດ, ສືບຕໍ່ເປັນເຈົ້າການ ເຄື່ອນໄຫວວຽກງານຕ່າງປະ ເທດ ຂອງສະພາ ແຫ່ງຊາດ ໃນເວທີລັດຖະສະພາ ສອງຝ່າຍ ກໍ ຄື ຫຼາຍຝ່າຍ ໃນລະດັບພາກພື້ນ ແລະ ສາກົນ ໃຫ້ແຂງແຮງ, ຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກກວ່າເກົ່າ, ຍົກສູງບົດບາດ ຂອງສະພາແຫ່ງຊາດລາວ ໃຫ້ສູງເດັ່ນຂຶ້ນໃນເວທີສາກົນ ແລະ ອື່ນໆ.
ຂ່າວ-ພາບ: ສໍານັກງານປະທານປະເທດ

