ປະທານສະພາແຫ່ງຊາດ ຕ້ອນຮັບ ຜູ້ແທນ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມເຂົ້າຢ້ຽມຂໍ່ານັບ

ປະທານສະພາແຫ່ງຊາດ ຕ້ອນຮັບ ຜູ້ແທນ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມເຂົ້າຢ້ຽມຂໍ່ານັບ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບ  ທ່ານ  ຫງວຽນຮຸຍຕຽນ ຫົວໜ້າ ອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມເຂົ້າຢ້ຽມຂໍ່ານັບ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ. ຊຶ່ງພິທີຕ້ອນຮັບໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2025 ຜ່ານມາທີ່ສະພາແຫ່ງຊາດ.

ທ່ານ  ຫງວຽນຮຸຍຕຽນ ໄດ້ລາຍງານກ່ຽວກັບຜົນສໍາເລັດການຮ່ວມມືລະຫວ່າງ ສອງອົງການໄອຍະການປະຊາ ຊົນ ໃນໄລຍະຜ່ານມາ ແລະ ທິດທາງຮ່ວມມືໃນຕໍ່ໜ້າ ເປັນຕົ້ນ: ການສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ທີ່ໄດ້ເຊັນກັນ ໃນໄລຍະຜ່ານມາ ເຂົ້າສູ່ວຽກງານຕົວຈິງ ຢ່າງມີປະສິດທິຜົນ; ຈັດກອງປະຊຸມອົງການໄອຍະການ ບັນດາແຂວງ ທີ່ມີຊາຍແດນຮ່ວມກັນ ລາວ-ຫວຽດນາມຄັ້ງທີ 8 ໃນປີ 2026 ຢູ່ ສປປ ລາວ; ສືບຕໍ່ຊ່ວຍເຫຼືອ ກໍ່ສ້າງພະນັກງານໄອຍະການປະຊາຊົນ ສປປ ລາວ ຢູ່ ສສ ຫວຽດນາມ; ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ໄອຍະການ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ ແລະ ພັດທະນາລະບົບໄອຍະການດີຈີຕອນ ແລະ ການຫັນ ເປັນທັນສະໄໝ ຢ່າງບໍ່ຢຸດຢັ້ງ.

ທ່ານ ໄຊສົມພອນ ພົມວິຫານ  ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມ ຢາມ ແລະ ເຮັດວຽກທາງການ ສປປ ລາວ  ຂອງຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້, ຊຶ່ງເປັນການປະກອບສວ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວບໍ່ຢຸດຢັ້ງ ແລະ ອວຍພອນ ໃຫ້ຄະນະຜູ້ແທນຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້.

ທ່ານ ຫງວຽນຮຸຍຕຽນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ໄຊສົມພອນ ພົມວິຫານ ທີໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.

Related Articles

Leave a Reply