ປະເທດຊາດ ແລະ ປວງຊົນລາວ ຈາລຶກບຸນຄຸນ ພົນເອກ ສີສະຫວາດ ແກ້ວບຸນພັນ

ປະເທດຊາດ ແລະ ປວງຊົນລາວ ຈາລຶກບຸນຄຸນ ພົນເອກ ສີສະຫວາດ ແກ້ວບຸນພັນ

ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ ໄດ້ຈາກໄປຢ່າງບໍ່ມີວັນຫວນກັບຄືນມາອີກແລ້ວ, ແຕ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂໍຈົດຈໍາຜົນງານ, ຄຸນງາມ ຄວາມດີຂອງ ທ່ານ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຂອງຊາດ ຈົນຕະຫຼອດຊີວິດຂອງທ່ານ ນັ້ນໄວ້ ຢ່າງບໍ່ມີວັນຫຼົງລືມ.

ພ້ອມດຽວກັນ ຊື່ສຽງ ແລະ ກຽດຕິຄຸນຂອງທ່ານ ແມ່ນໄດ້ຈາລຶກໄວ້ກັບໄລຍະປະຫວັດສາດ ຂອງການປະຕິວັດ ແລະ ຝັງແໜ້ນຢູ່ໃນຄວາມຊົງຈໍາຂອງພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າຕະຫຼອດໄປ.

ຄະນະບໍລິຫານງານສູນກາງພັກສູງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ, ຄອບຄົວແກ້ວບຸນພັນ ພ້ອມປວງຊົນ ລາວ ໄດ້ຮ່ວມໄວ້ອາໄລ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນຄັ້ງສຸດທ້າຍ ໃນພິທີຊາປະນະກິດສົບທີ່ຈັດຂຶ້ນຢ່າງເປັນທາງການ ແລະ ຢ່າງສົມກຽດ ໃນຕອນບ່າຍຂອງ ວັນທີ 16 ພຶດສະພາ 2020 ຢູ່ເດີ່ນພະທາດຫຼວງ ນະຄອນຫຼວງ ວຽງຈັນ.

ເຂົ້າຮ່ວມໃນພິທີຊາປະນະກິດສົບ ຂອງທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ມີ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການ ກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ບັນດາທ່ານ ໃນຄະນະບໍລິຫານງານສູນກາງພັກ, ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕາງໜ້າທູຕານຸທູດຕ່າງປະເທດປະຈໍາລາວ, ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍປວງຊົນລາວ.

ພ້ອມດຽວກັນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ປະທານຄະນະຈັດຕັ້ງງານຊາປະນະກິດສົບກໍ່ໄດ້ອ່ານສະດຸດດີ ຢູ່ໃນພິທີດັ່ງກ່າວວ່າ: ໃນທ່າມກາງບັນຍາກາດແຫ່ງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ອະດີດກໍາມະການສູນກາງພັກ ສະໄໝທີ I, II, III, IV, V, VI, VII, VIll; ອະດີດເລຂາທິການ ສູນກາງພັກ ສະໄໝທີ III, IV; ອະດີດກໍາມະການກົມການ ເມືອງສູນ ກາງພັກ ສະໄໝທີ IV, VI, VII, VIII; ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີ ກະຊວງພາຍໃນ-ນັກຮົບເກົ່າ ແລະ ສັງຄົມ; ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງ ກໍາແພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດ ປະທານ ຄະນະຂົນຂວາຍສ້າງ ຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ.

ພວກເຮົາມາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອໄວ້ອາໄລ ແລະ ອໍາລາສະຫາຍເປັນຄັ້ງສຸດທ້າຍ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 01 ພຶດສະພາ ປີ 1928 ໃນຄອບຄົວຊາວນາທຸກຍາກ ທີ່ບ້ານຫ້ວຍ ກະລຶນ, ຕາແສງເມືອງປົວ, ເມືອງວຽງໄຊ, ແຂວງຫົວພັນ, ເປັນບຸດ ຂອງ ທ່ານ ແກ້ວບຸນຊູ ແລະ ນາງ ປ້ານ ມີເອື້ອຍນ້ອງຮ່ວມອຸທອນດຽວກັນ 03 ຄົນ, ຍິງ 01 ຄົນ, ສະຫາຍໄດ້ສ້າງຄອບຄົວກັບ ນາງ ຫລ້າ ແກ້ວບຸນພັນ ມີລູກນໍາກັນ 04 ຄົນ, ເປັນຍິງທັງໝົດ, ປັດຈຸບັນຢູ່ບ້ານໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ເປັນລູກກໍາພອຍ ພໍ່ແມ່ເສຍຊີວິດ ແຕ່ເພິ່ນຍັງນ້ອຍ. ຍ້ອນຄວາມທຸກຍາກ ຂາດເຂີນ ເພິ່ນຈຶ່ງໄດ້ຊອກທຸກວິທີຫາລ້ຽງຄອບຄົວ ເພື່ອມີຊີວິດຢູ່ລອດ. ໃນຊີວິດເຍົາໄວ ຂອງເພິ່ນກໍ່ຄື ປະຊາຊົນລາວ ບັນດາເຜົ່າໄດ້ຕົກຢູ່ໃນສະພາບ ແວດລ້ອມ ທີ່ປະເທດຊາດຕົກຢູ່ໃຕ້ການປົກຄອງອັນໂຫດຮ້າຍປ່າເຖື່ອນ ຂອງຈັກກະພັດລ່າເມືອງຂຶ້ນ ແລະ ພວກລູກແຫຼ້ງ ຕີນມືເຮັດໃຫ້ເພິ່ນເກີດມີຄວາມ ຕື່ນຕົວຮັກຊາດ, ມີຄວາມຄຽດ ແຄ້ນຕໍ່ພວກຮຸກຮານ ພ້ອມທັງ ເກີດມີຄວາມຄິດສະແຫວງຫາ ອິດສະຫຼະພາບ ແລະ ຄວາມເປັນທໍາ ຈຶ່ງກາຍເປັນຜູ້ທີ່ມີຄວາມຕື່ນຕົວເຂົ້າຮ່ວມຂະບວນການຕໍ່ສູ້ຂອງປະຊາຊົນ ຕັ້ງແຕ່ຄາວຍັງເຍົາໄວ, ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຈຶ່ງໄດ້ຕັດສິນໃຈ ເຂົ້າຮ່ວມການປະຕິວັດ ເລີ່ມ ແຕ່ວັນທີ 15/04/1947, ເຂົ້າ ເປັນທະຫານລາວອິດສະຫຼະ ເລີ່ມແຕ່ກາງປີ 1947, ເຊິ່ງເວລາ ນັ້ນມີອາຍຸພຽງ 19 ປີ, ຜ່ານຂະ ບວນການເຄື່ອນໄຫວປະຕິວັດ ຢ່າງຫ້າວຫັນຟົດຟື້ນ, ເດັດດ່ຽວ ແລະ ກ້າຫານ, ສະຫາຍ ໄດ້ຖືກຮັບເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ ວັນທີ 01/05/1950.

ການເຄື່ອນໄຫວປະຕິວັດທີ່ສໍາຄັນຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແຕ່ລະໄລຍະ ມີດັ່ງນີ້:

– ປີ 1947-1948 ເປັນນັກຮົບ ສັງກັດກອງຮ້ອຍໂຄສະນາປະກອບອາວຸດຕະລຸມບອນປະຈໍາ ພາກເໜືອ;

– ປີ 1948-1949 ເປັນພະນັກງານຂົນຂວາຍກໍ່ສ້າງພື້ນຖານ ລັບຢູ່ສັນກາງລຽບນໍ້າມ່າ ເພື່ອ ສ້າງຖານທີ່ໝັ້ນ ຢູ່ພາກເໜືອຂອງລາວ;

– ປີ 1949-1952 ຖືກແຕ່ງຕັ້ງ ເປັນຫົວໜ້າການເມືອງກອງຮ້ອຍລາດຊະວົງ, ເດືອນສິງຫາ 1950 ເປັນຕົວແທນກອງຮ້ອຍລາດຊະວົງເຂົ້າຮ່ວມກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ;

– ປີ 1952-1954 ຖືກແຕ່ງຕັ້ງ ເປັນຫົວໜ້າການທະຫານກອງຮ້ອຍລາດຊະວົງ ທັງເປັນຮອງ ກອງພັນປະສົມລາວ-ຫວຽດ ນາມ ຂຶ້ນຕີປົດປ່ອຍເມືອງຮ້ຽມ, ປາກລາວ, ບ້ານແສ້, ເມືອງຊ່ອນ ເປີດກວ້າງເຂດທີ່ໝັ້ນ ຢູ່ພາກເໜືອຂອງລາວ;

– ປີ 1953 ນໍາພາກອງຮ້ອຍລາດຊະວົງ ສົມທົບກັບທະຫານອາສາສະໝັກຫວຽດນາມ ຕີປົດປ່ອຍແຂວງຫົວພັນ ເທື່ອທໍາອິດ;

– ປີ 1954-1955 ເປັນກໍາມະການ ຄະນະຢຸດຍິງທົ່ວປະເທດ ລະຫວ່າງ ສາມຊາດອິນດູຈີນກັບຝຣັ່ງ;

– ວັນທີ 22 ມີນາ1955 ສະຫາຍ ໄດ້ເຂົ້າຮ່ວມກອງປະຊຸມສ້າງຕັ້ງພັກປະຊາຊົນລາວ, ສະຫາຍ ໄດ້ຮັບການເລືອກຕັ້ງເປັນກໍາມະການຄະນະບໍລິຫານງານ ສູນກາງພັກປະຊາຊົນລາວ ສະໄໝທໍາອິດ, ໃນປີ ດຽວກັນນັ້ນ ຖືກເລືອກຕັ້ງເຂົ້າເປັນກໍາມະການຄະນະພັກການທະຫານ, ທັງຖືກແຕ່ງຕັ້ງເປັນຮອງເສນາທິການກອງທັບປົດປ່ອຍປະຊາຊົນລາວ;

– ປີ 1956-1960 ຖືກແຕ່ງຕັ້ງ ເປັນເລຂາຄະນະພັກ, ເປັນຜູ້ບັນຊາການທະຫານ ເຂດເຕົ້າໂຮມຊໍາເໜືອ, ຊີ້ນໍາການເລືອກຕັ້ງຜູ້ແທນລາດສະດອນຂອງ ຝ່າຍປະຕິວັດ ແລະ ເປັນຜູ້ບັນຊາການບັ້ນຮົບປົດປ່ອຍ ແຂວງຫົວພັນ ເທື່ອທີ 2 ແລະ ບັນຊາບັ້ນຮົບປົດປ່ອຍທົ່ງໄຫ ຫີນ ແຂວງຊຽງຂວາງ.

 ວັນທີ 16 ພຶດສະພາ 1962 ເປັນຜູ້ບັນຊາບັ້ນຮົບປົດປ່ອຍ ຫຼວງນໍ້າທາ ໄດ້ຮັບໄຊຊະນະ ຊຶ່ງເຮັດ ໃຫ້ຈັກກະພັດ ແລະ ລູກມື ຈໍາຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບລາວ ໃນວັນທີ 23 ກໍລະກົດ 1962 ຮັບຮູ້ຄວາມເປັນເອກະລາດ, ເປັນກາງ ເອກະພາບ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງລາວ, ຮັບຮູ້ລັດຖະບານປະສົມແຫ່ງຊາດ ທີ່ໄດ້ສ້າງຕັ້ງໃນວັນທີ 21 ມິຖຸນາ 1962 ຕາມ ການຕົກລົງຂອງ ກອງປະຊຸມສາມຝ່າຍ (ທີ່ເອີ້ນກັນວ່າການພົບປະ 3 ສະເດັດ) ທີ່ບ້ານນາມອນ;

– ປີ 1972 ໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ II ຂອງພັກປະຊາຊົນລາວ, ສະຫາຍ ຖືກເລືອກຕັ້ງເປັນກໍາມະການຄະນະບໍລິຫານງານສູນກາງພັກ ແລະ ຖືກແຕ່ງຕັ້ງ ເປັນປະທານຄະນະຂົນຂວາຍ ສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ;

– ປີ 1975 ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ, ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ຕໍາແໜ່ງໃນກອງທັບ ຍັງສືບຕໍ່ເປັນຫົວຫນ້າເສນາທິການ ສູງສຸດກອງທັບປົດປ່ອຍ ປະຊາຊົນລາວ;

– ປີ 1976-1980 ຖືກແຕ່ງຕັ້ງ ເປັນຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ສືບຕໍ່ເປັນລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ;

– ປີ 1980 ສູນກາງພັກ-ລັດ ຖະບານ ໄດ້ຕົກລົງປະດັບຊັ້ນ ພົນເອກໃຫ້ແກ່ ສະຫາຍ ແລະ ຖືກແຕ່ງຕັ້ງເປັນເລຂາຄະນະພັກ ແຂວງກໍາແພງນະຄອນວຽງຈັນ;

– ປີ 1981-1985 ເປັນລັດຖະມົນຕີກະຊວງພາຍໃນ-ນັກຮົບເກົ່າ ແລະ ສັງຄົມ (ກະຊວງ ປ້ອງກັນຄວາມສະຫງົບ ໃນປັດຈຸບັນ);

– ປີ 1982 ໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ III ຂອງພັກປະຊາຊົນປະຕິວັດລາວ, ສະຫາຍ ຖືກເລືອກຕັ້ງເປັນກໍາມະການຄະນະບໍລິຫານງານສູນກາງພັກ, ເປັນເລຂາທິການສູນກາງພັກ;

– ປີ 1983-1984 ຖືກມອບໝາຍໃຫ້ໄປຮຽນທິດສະດີການ ເມືອງຊັ້ນສູງ ທີ່ນະຄອນຮ່າໂນ້ຍ ສສ ຫວຽດນາມ;

– ປີ 1985 ຖືກແຕ່ງຕັ້ງເປັນ ເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງ ກໍາແພງນະຄອນວຽງຈັນ;

– ປີ 1986 ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ, ສະຫາຍ ໄດ້ຖືກເລືອກຕັ້ງເປັນກໍາມະການຄະນະບໍລິຫານງານ ສູນກາງພັກ ທັງຖືກເລືອກຕັ້ງ ເປັນກໍາມະການກົມການເມືອງ ແລະ ເລຂາທິການສູນກາງພັກ ແລະ ສືບຕໍ່ເປັນ ເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ;

– ປີ 1987-1988 ຖືກແຕ່ງຕັ້ງ ເປັນຫົວໜ້າຄະນະເຈລະຈາບັນຫາຊາຍແດນລາວ-ໄທ;

– ປີ 1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ V ຂອງ ພັກປະຊາຊົນປະຕິວັດລາວ, ສະຫາຍ ໄດ້ຖືກເລືອກຕັ້ງເປັນ ກໍາມະການຄະນະບໍລິຫານງານສູນກາງພັກ ແລະ ຖືກແຕ່ງຕັ້ງ ເປັນລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້;

– ປີ 1996 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກປະຊາຊົນປະຕິວັດລາວ, ສະຫາຍ ໄດ້ຖືກເລືອກຕັ້ງເປັນ ກໍາມະການຄະນະບໍລິຫານງານສູນກາງພັກ, ທັງຖືກເລືອກຕັ້ງເປັນກໍາມະການກົມການ ເມືອງສູນກາງພັກ;

– ປີ 1996-1998 ຖືກເລືອກຕັ້ງເປັນຮອງປະທານປະເທດ ທັງເປັນສະມາຊິກສະພາແຫ່ງຊາດ ຊຸດທີ 4 ປະຈໍາເຂດເລືອກຕັ້ງ ທີ I, ນະຄອນຫຼວງວຽງຈັນ;

– ປີ 1998-2001 ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ;

– ປີ 2002-2010 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, VIII ຂອງພັກປະຊາຊົນ ປະຕິວັດລາວ, ສະຫາຍ ໄດ້ຖືກເລືອກຕັ້ງເປັນກໍາມະການສູນກາງພັກ, ທັງຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ ແລະ ຖືກເລືອກຕັ້ງເປັນປະທານສູນກາງແນວລາວສ້າງ ຊາດ;

– ປີ 2011 ອີງໃສ່ສຸຂະພາບ, ອາຍຸກະສຽນ ແລະ ຄວາມມຸ່ງມາດປາດຖະໜາຂອງສະຫາຍເອງ, ສະຫາຍ ຈຶ່ງໄດ້ຮັບການເຫັນດີໃຫ້ພັກຜ່ອນຕາມນະໂຍບາຍຂອງພັກ ແລະ ລັດ.

ພາຍຫຼັງໄດ້ຮັບນະໂຍບາຍໃຫ້ພັກຜ່ອນແລ້ວ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ກໍ່ຍັງມີຄວາມເປັນຫ່ວງເປັນໃຍ ຍັງໄດ້ປະກອບສ່ວນລົງຊີ້ນໍາ, ຕິດຕາມ, ຊຸກຍູ້ວຽກງານຕ່າງໆ ຢູ່ບັນດາ ຂະແໜງການ ແລະ ທ້ອງຖິ່ນ ເທົ່າທີ່ເພິ່ນມີເວລາ ແລະ ເງື່ອນໄຂອໍານວຍໃຫ້.

ຕະຫຼອດໄລຍະການເຄື່ອນໄຫວປະຕິວັດ ຈະແມ່ນໃນສະໄໝຕໍ່ສູ້ກູ້ຊາດຕ້ານຜູ້ຮຸກຮານ ເພື່ອກອບກູ້ປະເທດຊາດ ແລະ ໃນໄລຍະປົກປັກຮັກສາພັດທະນາປະເທດຊາດ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຖືກມອບໝາຍໃຫ້ຮັບຜິດຊອບເປັນການນໍາ ໃນຫຼາຍ ຂົງເຂດວຽກງານທີ່ສໍາຄັນ ເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ວຽກງານແນວໂຮມ ແລະ ວຽກງານອົງການມະຫາຊົນ, ທັງຢູ່ຂັ້ນ ສູນກາງ ແລະ ທ້ອງຖິ່ນ, ເຊິ່ງ ວຽກດັ່ງກ່າວລ້ວນແຕ່ເປັນວຽກງານຍຸດທະສາດສໍາຄັນຂອງພັກ-ລັດ, ເປັນວຽກທີ່ໜັກໜ່ວງ, ຫຍຸ້ງຍາກ ແລະ ທ້າທາຍ, ແຕ່ສະຫາຍ ກໍມີຄວາມເດັດດ່ຽວໜຽວແໜ້ນ, ອົດທົນຜ່ານຜ່າ, ມີຫົວຄິດປະດິດສ້າງ ແລະ ຄວາມສາມາດໃນການຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເຊິ່ງ ໃນແຕ່ລະໄລຍະໄດ້ມີຜົນສໍາເລັດເປັນກ້າວໆມາ ທັງໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກພາຍໃນ ແລະ ເພື່ອນມິດສາກົນເປັນຢ່າງດີ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນໜຶ່ງໃນຜູ້ນໍາຮຸ້ນທໍາອິດຂອງພັກ, ລັດ ແລະ ກອງທັບເຮົາທີ່ໄດ້ອຸທິດຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ ຊາດຕ້ານການຮຸກຮານຂອງ ຈັກກະ ພັດລ່າເມືອງຂຶ້ນແບບ ເກົ່າ ແລະ ໃໝ່, ສະຫາຍ ແມ່ນນັກຮົບປະຕິວັດຜູ້ອົງອາດກ້າແກ່ນ, ມີນໍ້າໃຈ ເສຍສະຫຼະ ອັນສູງສົ່ງ, ສະຫາຍ ແມ່ນນາຍ ທະຫານ ນໍາພາ-ບັນຊາທີ່ອົງອາດ ກ້າຫານ, ມີໄຫວພິບຄ່ອງແຄ້ວ ໃນການສູ້ຮົບ ທັງເປັນຜູ້ເດັດ ຂາດບໍ່ຍອມຈໍານົນຕໍ່ການ ຂົ່ມຂູ່-ຊື້ຈ້າງຈອບອອຍ ຂອງ ສັດຕູ, ເປັນຜູ້ທີ່ຊີ້ນໍາ-ບັນຊາ ໂດຍກົງໃນຫຼາຍບັ້ນຮົບທີ່ ດຸເດືອດ, ຂ້ຽວຂາດ, ສ່ຽງເປັນ, ສ່ຽງຕາຍ, ສະຫາຍ ຍັງເປັນນັກ ການທູດທີ່ຄ່ອງແຄ້ວ ແລະ ມີໄຫວພິບ ໃນຖານະທີ່ເປັນພະນັກງານການນໍາ ຂັ້ນຍຸດທະສາດ ຂອງພັກ-ລັດ, ສະຫາຍ ເປັນຜູ້ ໜຶ່ງທີ່ຕັ້ງໜ້າປະກອບສ່ວນເຂົ້າ ໃນການປັບປຸງ ບູລະນະແນວທາງແຜນນະໂຍບາຍຂອງພັກ ແລະ ລັດເຮົາ.

ຕະຫຼອດໄລຍະແຫ່ງການເຄື່ອນໄຫວປະຕິວັດ ແລະ ໄດ້ຖືກມອບໝາຍຮັບຜິດຊອບດໍາລົງ ຕໍາແໜ່ງຕ່າງໆທີ່ສໍາຄັນນັ້ນ ສະຫາຍ ພົນເອກ ສີະຫວາດ ແກ້ວບຸນພັນ ໄດ້ສະແດງອອກແຈ້ງທາດແທ້ຂອງນັກປະຕິວັດທີ່ແທ້ຈິງ; ສະຫາຍ ເປັນນັກປະຕິວັດອາວຸໂສທີ່ດີເດັ່ນ ຂອງພັກ ແລະ ລັດເຮົາ, ແມ່ນພະນັກງານການນໍາ ທີ່ຢືດໝັ້ນຢ່າງໜັກແໜ້ນໃນອຸດົມການປະຕິວັດອັນສູງສົ່ງ, ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ເຂົ້າໃນພາລະກິດປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ, ມີ ແບບ ແຜນນໍາພາທີ່ດີ, ປະຕິບັດຫລັກ ການລວມສູນປະຊາທິປະໄຕ, ມີລະບຽບວິໄນເຂັ້ມງວດ, ເຄົາລົບນັບຖືໝູ່ຄະນະ ແລະ ການຈັດຕັ້ງ ມີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຢຶດໝັ້ນໃນແນວທາງມະຫາຊົນ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ. ສະຫາຍ ແມ່ນຜູ້ໜຶ່ງທີ່ໄດ້ອອກແຮງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານກັບປະເທດອ້າຍນ້ອງເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ.

ສະຫາຍ ເປັນພະນັກງານການນໍາ ຂັ້ນຍຸດທະສາດຂອງພັກ ແລະ ລັດ ທີ່ມີແບບແຜນດໍາລົງຊີວິດ ທີ່ລຽບງ່າຍ, ເປັນຄົນທ່ຽງທໍາ, ມີມານະຈິດປະຕິວັດໜຽວແໜ້ນ, ມີຄວາມສັດຊື່ບໍລິສຸດ ຕໍ່ພັກ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຕະຫຼອດມາ, ບໍ່ໄດ້ສວຍໃຊ້ໜ້າທີ່ຕໍາແໜ່ງຮຽກຮ້ອງ ຫາຜົນປະໂຫຍດສ່ວນຕົວ ນອກເໜືອຈາກນະໂຍບາຍລວມຂອງພັກ-ລັດ, ມີຈິດໃຈປອດໃສ, ປະຢັດ ມັດທະຍັດ, ມີຄວາມ ເອື້ອເຟື້ອເພື່ອແຜ່, ເອົາໃຈໃສ່ສຶກ ສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນ. ສະຫາຍ ເປັນຜູ້ນໍາທີ່ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ, ສະມາຊິກພັກ-ພະນັກ ງານ ການນໍາແຕ່ລະຂັ້ນ ແລະ ເອົາໃຈ ໃສ່ເບິ່ງແຍ່ງສຶກສາອົບຮົມຄອບຄົວ, ລູກຫຼານ ໃຫ້ກາຍເປັນ ພະນັກງານ ທີ່ດີຂອງພັກ-ລັດ ແລະ ພົນລະເມືອງດີໃນສັງຄົມ. ສະຫາຍ ເປັນຜູ້ໜຶ່ງທີ່ມີຈິດໃຈ ປະຕິວັດ, ນັບແຕ່ເປັນນັກຮົບໃນກໍາລັງປະກອບອາວຸດ ຈົນໄດ້ກ້າວຂຶ້ນເປັນພະນັກງານ ການນໍາຂັ້ນຍຸດທະສາດ ຂອງ ພັກ-ລັດ.

ດ້ວຍຜົນງານ ແລະ ຄຸນງາມ ຄວາມດີທີ່ໄດ້ປະກອບສ່ວນ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍ ປະເທດຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເຊິ່ງຜົນງານດັ່ງກ່າວນັ້ນ ໄດ້ສະແດງອອກເຖິງຄຸນສົມບັດສິນທໍາປະຕິວັດ ອັນຜ່ອງໃສ ແລະ ຄວາມຮັກເຊື້ອແພງຊາດ ແລະ ຄວາມເສຍສະຫຼະເພື່ອປະໂຫຍດສ່ວນລວມ ສະຫາຍ ຈຶ່ງໄດ້ຮັບຄວາມໄວ້ ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຮັກ-ນັບຖືຈາກພະນັກງານ ນໍາພາ ແຕ່ລະຂັ້ນ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ, ສະຫາຍ ຈຶ່ງໄດ້ຮັບການຍ້ອງຍໍ ຈາກພັກ-ລັດ ດັ່ງນີ້:

– ຫຼຽນຄໍາແຫ່ງຊາດ ສປປ ລາວ, ຊຶ່ງເປັນນາມມະຍົດສູງສຸດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 1 ຫຼຽນ

– ຫຼຽນໄຊ ອິດສະຫຼະ ຊັ້ນ I ສີ່ຫຼຽນ

– ຫຼຽນໄຊ ອິດສະຫຼະ ຊັ້ນ II ສອງຫຼຽນ

– ຫຼຽນໄຊ ປະຕິວັດຊະນະເລີດ ຊັ້ນ I ໜຶ່ງຫຼຽນ

– ຫຼຽນໄຊ ພິລະອາດຫານ ຊັ້ນ I ໜຶ່ງຫຼຽນ

– ຫຼຽນໄຊແຮງງານ ຊັ້ນ I ໜຶ່ງຫຼຽນ

– ຫຼຽນໄຊ ແຮງງານ ຊັ້ນ II ໜຶ່ງຫຼຽນ

– ຫຼຽນກາແຮງງານ 2 ຫຼຽນ

– ຫຼຽນກາຕໍ່ຕ້ານຝຣັ່ງ 1 ຫຼຽນ

– ຫຼຽນກາຕໍ່ຕ້ານອາເມຣິກາ 1 ຫຼຽນ

– ຫຼຽນກາລະນຶກ 50, 60, 70 ປີ ຂອງກອງທັບປະຊາຊົນລາວ 3 ຫຼຽນ

– ຫຼຽນກາລະນຶກ 60 ປີ ວັນສ້າງ ຕັ້ງສູນກາງແນວລາວສ້າງຊາດ 1 ຫຼຽນ

– ຫຼຽນກາລະນຶກ 50 ປີ ວັນສ້າງ ຕັ້ງກໍາລັງປ້ອງກັນຄວາມສະຫງົບ 1 ຫຼຽນ ແລະ ຫຼຽນກາລະນຶກ ອື່ນໆອີກ 5 ຫຼຽນ.

ນອກຈາກໄດ້ຮັບການຍ້ອງຍໍຢູ່ ພາຍໃນປະເທດແລ້ວ ສະຫາຍ ຍັງໄດ້ຮັບການຍ້ອງຍໍ ຈາກປະເທດ ເພື່ອນມິດດັ່ງນີ້: ຫຼຽນຄໍາແຫ່ງຊາດ ສສ ຫວຽດນາມ 1 ຫຼຽນ, ຫຼຽນໄຊ ໂຮຈີມິນ1 ຫຼຽນ, ຫຼຽນຄໍາ ແຫ່ງຊາດ ສາທາລະນະລັດ ກູບາ 1 ຫຼຽນ, ຫຼຽນໄຊແຮງງານ ສປປ ເກົາຫລີ 1 ຫຼຽນ ແລະ ຫຼຽນຄໍາ ຈາກອົງການອາຫານ ແລະ ການ ກະເສດ ສະຫະປະຊາຊາດ 1 ຫຼຽນ ແລະ ຫຼຽນ ຈາກບັນດາ ປະເທດອື່ນໆອີກ 11 ຫຼຽນ.

ຕະຫຼອດໄລຍະທີ່ສຸຂະພາບຮ່າງກາຍຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຊຸດໂຊມ ແລະ ເຈັບປ່ວຍ ການ ຈັດຕັ້ງພັກ-ລັດ ພ້ອມດ້ວຍຄອບ ຄົວ, ຍາດພີ່ນ້ອງ, ແພດໝໍ ທັງ ພາຍໃນ ແລະ ຕ່າງປະເທດ, ເພື່ອນມິດ ກໍ່ໄດ້ເອົາໃຈໃສ່ເບິ່ງ ແຍງຢ່າງໃກ້ຊິດຈົນສຸດຄວາມສາມາດ ເພື່ອ ຊ່ວຍກອບກູ້ເອົາຊີ ວິດຂອງສະຫາຍ. ແຕ່ດ້ວຍ ຄວາມຊະລາຕາມອາຍຸສັງຂານ ພວກເຮົາຈຶ່ງບໍ່ສາ ມາດກອບ ກູ້ເອົາຊີວິດຂອງ ສະຫາຍ ໄວ້ໄດ້ ແລະ ສະຫາຍ ໄດ້ສິ້ນລົມຫາຍ ໃຈຈາກ ພວກເຮົາໄປໃນ ເວລາ 7 ໂມງ 9 ນາທີ ຂອງວັນທີ 12/05/2020 ລວມອາຍຸຂອງ ສະຫາຍໄດ້ 92 ປີ.

ການລ່ວງລັບໄປຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ເປັນການສູນເສຍ ພະນັກງານ ປະຕິວັດຜູ້ດີເດັ່ນ, ພະນັກງານການນໍາຍຸດທະສາດຂອງພັກ-ລັດ ຊຶ່ງນໍາເອົາຄວາມ ໂສກເສົ້າ, ເສຍໃຈ, ສຸດທີ່ອາໄລ ອາວອນອັນຫາອັນປຽບບໍ່ໄດ້ໃຫ້ແກ່ ພັກ-ລັດ, ກໍາລັງປະກອບອາ ວຸດ, ປະຊາຊົນລາວບັນດາເຜົ່າ, ຄອບຄົວ, ຍາດພີ່ນ້ອງ, ເພື່ອນ ມິດຜູ້ຢູ່ໃກ້ ແລະ ໄກ. ໃນທ່າມກາງແຫ່ງຄວາມໂສກເສົ້າເສຍດາຍຫາສິ່ງປຽບບໍ່ໄດ້ນີ້, ການຈັດຕັ້ງພັກ-ລັດ ກໍ່ຄື ປະຊາ ຊົນລາວບັນດາເຜົ່າ ຂໍໃຫ້ ຄໍາ ໝັ້ນສັນຍາຕໍ່ດວງວິນຍານຂອງ ສະຫາຍວ່າ: ຈະສືບຕໍ່ປະຕິບັດ ພາລະກິດການປະຕິວັດ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ-ລັດ ແລະ ກໍາລັງປະກອບອາວຸດ ກໍ່ຄື ປະຊາຊົນ ບັນດາເຜົ່າ, ເດັດດ່ຽວ ປົກປັກຮັກສາໝາກຜົນຂອງ ການປະຕິວັດ ແລະ ສືບຕໍ່ນໍາພາ ພັດທະນາປະເທດຊາດ ເຮັດໃຫ້ ອຸດົມການຂອງພັກ ແລະ ຄວາມ ມຸ່ງຫວັງຂອງປະຊາຊົນທັງຊາດ ກໍ່ຄືຂອງ ສະຫາຍ ເອງໃຫ້ປະກົດຜົນເປັນຈິງ. ພ້ອມນັ້ນ ກໍ່ຈະເບິ່ງແຍງລູກ, ຫຼານຂອງສະຫາຍ ຕາມນະໂຍ ບາຍຂອງພັກ-ລັດສືບຕໍ່ໄປ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ອາໄລຮັກ !

ສະຫາຍ ໄດ້ຈາກພວກເຮົາ ໄປຢ່າງບໍ່ມີວັນຫວນກັບຄືນມາ ອີກແລ້ວ, ແຕ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂໍຈົດຈໍາຜົນງານ, ຄຸນງາມຄວາມ ດີຂອງສະຫາຍ ທີ່ໄດ້ອຸທິດໃຫ້ ແກ່ພາລະກິດ ຂອງຊາດເຮົາ ຈົນຕະຫຼອດຊີວິດຂອງ ສະຫາຍ ນັ້ນໄວ້ຢ່າງບໍ່ມີວັນຫຼົງລືມ. ຊື່ສຽງ ແລະ ກຽດຕິ ຄຸນຂອງ ສະຫາຍ ແມ່ນໄດ້ຈາລຶກໄວ້ກັບ ໄລຍະປະຫວັດສາດຂອງການ ປະຕິວັດ ແລະ ຝັງແໜ້ນຢູ່ໃນ ຄວາມຊົງຈໍາຂອງພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ຕະຫຼອດ ໄປ.

ຂໍໃຫ້ດວງວິນຍານຂອງສະຫາຍ ຈົ່ງໄປສູ່ສຸຂະຕິເຖີດ ພວກເຮົາ ຂໍອໍາລາສະຫາຍເປັນ ຄັ້ງສຸດ ທ້າຍຂໍເຊີນບັນດາທ່ານ ລຸກ ຂຶ້ນກົ້ມຫົວໄວ້ອາໄລ ຂໍເຊີນ!

Related Articles

Leave a Reply