ພາຍຫຼັງການແຂ່ງຂັນອັນດຸເດືອດເປັນເວລາຫຼາຍອາທິດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນວຽງຈັນເກມ 2025” ໄດ້ປິດສາກລົງຢ່າງເປັນທາງການດ້ວຍຄວາມສຳເລັດອັນຈົບງາມໃນແລງມື້ນີ້ (25 ພະຈິກ) ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16).
ພິທີປິດໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 25 ພະຈິກ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ມວນຊົນຊາວລາວ ແລະ ກ້ອນກິລາຢ່າງຄັບຄາໜາແໜ້ນ.
ພິທີປິດໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະວັດທະນະທຳອັນງົດງາມ ແລະ ມີຄວາມໝາຍ ເຊິ່ງປະກອບມີເພງທີ່ມີຄວາມພາກພູມໃຈໃນຄວາມເປັນລາວ, ເພງສັນຕິພາບ ແລະ ເພງມ່ວນຊື່ນອຳລາ. ຕາມມາດ້ວຍຂະບວນສວນສະໜາມອັນສະຫງ່າຜ່າເຜີຍຂອງທັບນັກກິລາ, ກຳມະການ ແລະ ຂະບວນໂຄສະນາທີ່ສຳຄັນ ເຊັ່ນ: ຂະບວນຕ້ານການໃຊ້ສານຕ້ອງຫ້າມ ແລະ ຂະບວນປອດຄວັນຢາສູບ.
ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຈັດງານ ຄັ້ງທີ XII, ໄດ້ຂຶ້ນສະຫຼຸບລາຍງານຜົນສຳເລັດຂອງການແຂ່ງຂັນ 33 ປະເພດກິລາ ທີ່ມີການຊີງຫຼຽນທັງໝົດ 1,563 ຫຼຽນ.
ຜົນການແຂ່ງຂັນສະແດງໃຫ້ເຫັນເຖິງການພັດທະນາກິລາຂອງແຕ່ລະພາກສ່ວນ ໂດຍສະເພາະ ແມ່ນ ນະຄອນຫຼວງວຽງຈັນ ທີ່ສາມາດຍາດໄດ້ອັນດັບທີ I ຢ່າງໂດດເດັ່ນ ດ້ວຍການຄວ້າ 109 ຫຼຽນຄໍາ, 91 ຫຼຽນເງິນ ແລະ 119 ຫຼຽນທອງ, ລວມທັງໝົດ 319 ຫຼຽນ. ສ່ວນອັນດັບທີ II ແມ່ນຕົກເປັນຂອງ ກະຊວງປ້ອງກັນປະເທດ ທີ່ໄດ້ 68 ຫຼຽນຄໍາ, ແລະ ອັນດັບທີ III ແມ່ນ ແຂວງຄໍາມ່ວນ ທີ່ໄດ້ 56 ຫຼຽນຄໍາ.
ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: “ງານຄັ້ງນີ້ຖືເປັນຜົນສຳເລັດແຫ່ງການພັດທະນາກິລາລາວທົ່ວປະເທດຢ່າງແທ້ຈິງ.”
ໃນຕອນທ້າຍ, ທ່ານ ສອນໄຊ ສີພັນດອນ, ນາຍົກ ລັດຖະມົນຕີ, ໄດ້ກ່າວປິດງານຢ່າງເປັນ ທາງການ ໂດຍໄດ້ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນງານ ແລະ ການປະກອບສ່ວນຂອງທຸກພາກສ່ວນ ທີ່ເຮັດໃຫ້ງານສຳເລັດຕາມຈຸດປະສົງ ແລະ ລະດັບ ຄາດໝາຍຢ່າງຈົບງາມ.
ພິທີໄດ້ດຳເນີນຕໍ່ດ້ວຍການເຊີນທຸງຊາດ ແລະ ທຸງກິລາລົງຈາກຍອດເສົາ ພ້ອມກັບໄຟອ່າງທວນໄຟທີ່ຄ່ອຍໆມອດລົງ ເຊິ່ງເປັນສັນຍາລັກແຫ່ງການສິ້ນສຸດການແຂ່ງຂັນໃນຄັ້ງນີ້.
ພິທີທີ່ສຳຄັນຄື: ການມອບ-ຮັບທຸງກິລາແຫ່ງຊາດ. ທ່ານ ທອງສະລິດ ມັງໜໍ່ເມກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອານຸພາບ ຕຸນາລົມ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ໄດ້ຮ່ວມກັນມອບທຸງໃຫ້ແກ່ເຈົ້າພາບຄັ້ງຕໍ່ໄປຄື ແຂວງຈຳປາສັກ.
ທ່ານ ອາລຸນໄຊ ສູນນະລາດ, ເລຂາພັກແຂວງຈຳປາສັກ, ໄດ້ກ່າວຮັບທຸງດ້ວຍຄວາມຍິນດີ ແລະ ໄດ້ເຊື້ອເຊີນນັກກິລາທຸກພາກສ່ວນໃຫ້ກະກຽມພ້ອມເພື່ອພົບກັນໃນງານ ມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ທີ່ ແຂວງຈຳປາສັກ ໃນປີ 2028 ຫຼື “ຈຳປາສັກເກມ 2028”.
ປິດທ້າຍດ້ວຍລາຍການສະແດງສາມັກຄີບັນດາເຜົ່າ ແລະ ການສະແດງທີ່ສ້າງຄວາມປະທັບໃຈຢ່າງຫຼວງຫຼາຍ.

