ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີສັດຕະນາກ ໃຫ້ກັກເກັບນ້ຳໄວ້ໃຊ້ ເພາະຈະມີການປິດນ້ຳຊົ່ວຄາວ

ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີສັດຕະນາກ ໃຫ້ກັກເກັບນ້ຳໄວ້ໃຊ້ ເພາະຈະມີການປິດນ້ຳຊົ່ວຄາວ

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອສ້ອມແປງຕັດທໍ່ນໍ້າປະປາ ເກົ່າ ຂະໜາດ DIP DN500 ສໍາທໍ່ນໍ້າປະປາ ໃໝ່ ຂະໜາດ GSP DN450, GSP DN600 ຊຶ່ງສະຖານທີ່ສ້ອມແປງທໍ່ນໍ້າ ແມ່ນຢູ່ເຂດໂຮງຮຽນລາວ-ເຢຍລະມັນ ໃນວັນທີ 7 ກຸມພາ 2026 ເລີ່ມແຕ່ 9:00ໂມງ ຫາ 16: 00ໂມງ ຊຶ່ງໄລຍະການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ.

ຕໍ່ກັບການສ້ອມແປງດັ່ງກ່າວຂໍໃຫ້ ບັນດາຜູ້ຊົມໃຊ້ນ້ຳປະປາ ໃຫ້ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ໃນມື້ນີ້ ຢູ່ຂອບເຂດພື້ນທີ່ ທີ່ຢູ່ໃກ້ຄຽງ ຂອງເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ: ບ້ານທາດຂາວ, ບ້ານວັດນາກ, ບ້ານສີເມືອງ, ບ້ານບຶງຂະຫຍອງ, ບ້ານພະລານໄຊ, ບ້ານພັນໝັ້ນ, ບ້ານຈອມແຈ້ງ, ບ້ານສວນມອນ ແລະ ບ້ານ ອື່ນໆ.

Related Articles

Leave a Reply