ລັດວິສາຫະກິດໄຟຟ້າລາວ ໄດ້ປະກາດແຈ້ງການມື້ວານນີ້ ວັນທີ 23 ມິຖຸນາ 2020, ກ່ຽວກັບນະໂຍບາຍການປັບລາຄາຫຼຸດຄ່າໄຟຟ້າໃໝ່ ໃຫ້ສະເພາະ 3 ເດືອນ ຊ່ວງໄລຍະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ຫຼັງຈາກທີ່ມີການຄົ້ນຄົ້ວາ ພິຈາລະນາ ແລະ ໄດ້ມີການຕົກລົງເຫັນດີດັ່ງນີ້: ຜູ້ໃຊ້ໄຟຟ້າຂະໜາດ 0-150 Kwh ແມ່ນໃຫ້ຄິດໄລ່ 355 ກີບ/ເດືອນ/ Kwh, ສ່ວນກຸ່ມຜູ້ໃຊ້ໄຟຟ້າເກີນ 151-461 ແມ່ນໃຫ້ຄິດໄລ່ລາຄາ 355 ກີບ/ ເດືອນ/Kwh ເຊັ່ນກັນ ແຕ່ໃຫ້ຄິດໄລ່ລາຄານີ້ສະເພາະ 150 Kwh ທໍາອິດ ເທົ່ານັ້ນ ເຊັ່ນວ່າ ຖ້າຜູ້ຊົມໃຊ້ ໄຟຟ້າຮອດ 200 Kwh/ເດືອນ ແມ່ນໃຫ້ຄິດໄລ່ ລາຄາ 355 ກີບ/ Kwh/ເດືອນ ສະເພາະ 150 Kwh ສ່ວນທີ່ເຫຼືອ 50 Kwh ແມ່ນໃຫ້ຄິດໄລ່ 710 ກີບ/ Kwh, ສ່ວນກຸ່ມທີ່ໃຊ້ໄຟຟ້າ ຫຼາຍກວ່າ 462 Kwh ຂຶ້ນໄປ ແມ່ນໃຫ້ຄິດໄລ່ລາຄາ 710 ກີບ/ Kwhໄປເລີຍ.
ນະໂຍບາຍນີ້ແມ່ນຈະໃຊ້ສະເພາະຄ່າໄຟຟ້າເດືອນ 4,5,6 ປີ 2020, ຊ່ວງໄລຍະທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເທົ່ານັ້ນ, ຖ້າຜູ້ຊົມໃຊ້ໄດ້ຈ່າຍແລ້ວຈະມີການໄລ່ລຽງຄືນໃຫ້ໃນໃບບິນເດືອນ 7,8,9 ປີ 2020.
ຂ່າວ: ວຽງຈັນທາຍ

