ຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຢູ່ລາວ 14 ຄົນຖືກນໍາຕົວໄປຮັກສາຢູ່ໂຮງໝໍມິດຕະພາບແລ້ວ

ຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຢູ່ລາວ 14 ຄົນຖືກນໍາຕົວໄປຮັກສາຢູ່ໂຮງໝໍມິດຕະພາບແລ້ວ

ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ດຣ. ພູທອນ ເມືອງປາກໄດ້ຖະແຫຼງຂ່າວດ່ວນ ໃນຕອນແລງຂອງວັນທີ 23 ພະຈິກ 2020 ວ່າ, ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນລາວ ເພີ່ມອີກ 14 ກໍລະນີ ໃນມື້ວັນທີ 22 ພະຈິກທີ່ຜ່ານມາ ຊຶ່ງໄດ້ເດີນທາງມາແຕ່ຕ່າງປະເທດ ແລະ ໄດ້ນໍາຕົວໄປຮັກສາຢູ່ໂຮງໝໍມິດຕະພາບແລ້ວ. 14 ກໍລະນີດັ່ງກ່າວ, ໃນນັ້ນ ເປັນຄົນສັນຊາດລາວ 1 ຄົນ ແລະ ຕ່າງປະເທດ 13 ຄົນ (ຍິງ 3 ຄົນ), ໃນນັ້ນມີເດັກ 1 ຄົນ ອາຍຸ 12 ປີ (ເດັກຊາຍ) ຊຶ່ງເປັນບຸກຄົນທຳອິດທີ່ມີເກນອາຍຸຕໍ່າສຸດສຳລັບຜູ້ຕິດເຊື້ອໂຄວິດ-19 ທີ່ກວດພົບຢູ່ ສປປ ລາວ ແລະ ສູງສຸດ 51 ປີ.

 ທ່ານ ດຣ. ພູທອນ ເມືອງປາກໃຫ້ຮູ້ຕື່ມວ່າ: 14 ກໍລະນີທີ່ກວດພົບເຊື້ອພະຍາດດັ່ງກ່າວເຂົາເຈົ້າໄດ້ເດີນທາງມາດ້ວຍຍົນ 2 ຖ້ຽວໂດຍຜ່ານສະໜາມບິນສາກົນ ວັດໄຕ ລວມ 2 ຖ້ຽວບິນມີຜູ້ໂດຍສານທັງໝົດ 111 ຄົນ (ຖ້ຽວບິນຖ້ຽວທໍາອິດ 62 ຄົນ ແລະ ຖ້ຽວທີ 2 ມີ 49 ຄົນ). ໃນເວລາຜ່ານສະໜາມບິນສາກົນວັດໄຕ ໄດ້ມີການກວດຫາເຊື້ອພະຍາດດັ່ງກ່າວແຕ່ບໍ່ພົບອາການໃດໆ ແຕ່ເມື່ອນໍາຜົນການເກັບຕົວຢ່າງມາກວດຄືນຈຶ່ງພົບເຊື້ອພະຍາດດັ່ງກ່າວ.

ປັດຈຸບັນນີ້ຢູ່ລາວພົບຜູ້ຕິດເຊື້ອພະຍາດສະສົມແລ້ວ 39 ກໍລະນີ ໃນນີ້ 24 ກໍລະນີ ໄດ້ປິ່ນປົວຫາຍດີ ແລະ ອະນຸຍາດໃຫ້ກັບບ້ານແລ້ວ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍມິດຕະພາບ 15 ຄົນ (ເກົ່າ 2 ຄົນ: ກໍລະນີທີ 25 ແລະ ໃໝ່ 14 ຄົນ).

ຂ່າວ: ວຽງຈັນທາຍ

Related Articles

Leave a Reply