ຄະນະສະເພາະກິດໄດ້ຖະແຫຼງໃຫ້ຊາບໃນຕອນບ່າຍຂອງວັນທີ 28 ພຶດສະພາ 2020 ນີ້ວ່າປັດຈຸບັນ, ຜູ້ຕິດເຊື້ອໂຄວິດ-19 ທີ່ຍັງເຫຼືອ 3 ຄົນ (ຍີງ 02 ຄົນ) ຍັງນອນຕິດຕາມ ຢູ່ໂຮງໝໍມິດຕະພາບ, ທັງໝົດມີອາການປົກກະຕິ ຈະໄດ້ຕິດຕາມເກັບຕົວຢ່າງມາກວດຕື່ມອີກ 02 ຄັ້ງ, ຖ້າຫາກວ່າກວດເປັນຜົນ ລົບ ຈຶ່ງຈະໄດ້ພິຈາລະນາ ອອກໂຮງໝໍ.
ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງໃຫ້ຊາບ ໃນຕອນບ່າຍມື້ນີ້ວ່າ: ໃນວັນທີ 27 ພຶດສະພາ 2020 ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 128 ຄົນ, ໃນນັ້ນມີຜູ້ອອກ ແຮງງານລາວທີ່ກັບມາແຕ່ ໄທ 113 ຄົນ, ກໍລະນີສົງໄສ 14 ຄົນ ແລະ ຄົນເຈັບປິ່ນ ປົວຫາຍດີຄົບກຳນົດ 14 ວັນ ແລ້ວມາກວດຄືນ 01 ຄົນ. ຜົນກວດ ຜູ້ອອກແຮງ ງານລາວ ແລະ ກໍລະນີສົງໄສທັງໝົດ ທີ່ກວດມື້ວານນີ້ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 27 ພຶດສະພາ 2020 ບໍ່ມີຜູ້ຕິດ ເຊື້ອໃໝ່.
ສັງລວມການກວດວິເຄາະ ແຕ່ເດືອນມັງກອນຮອດ ວັນທີ 27 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 6,066 ຕົວຢ່າງ, ກວດພົບເຊື້ອທັງໝົດ 19 ຄົນ (46 ມື້ແລ້ວທີ່ບໍ່ພົບ ຜູ້ຕິດເຊື້ອໃໝ່).
ຂ່າວ: ວຽງຈັນທາຍ

