ປະຈຸບັນ ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ,ໂດຍສະເພາະ ພຽງແຕ່ວັນທີ 22 ມີຖຸນາ 2020 ມື້ດຽວມີຜູ້ຕິດເຊື້ອໄຂ້ຍຸງເພີ່ມເຖິງ 33 ກໍລະນີ ໃນທົ່ວປະເທດ.
ອີງຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ທ້າຍປີ 2019 ຫາ ວັນທີ 22 ມີຖຸນາ 2020 ມີກໍລະນີ ສະສົມຄົນເຈັບພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນທັງໝົດ 2,037 ກໍລະນີ, ແຕ່ກໍລະນີເສຍຊີວິດ ແມ່ນຍັງບໍ່ເພີ່ມ ຍັງຢູ່ 05 ຄົນ ( ນະຄອນຫຼວງວຽງຈັນ 02 ຄົນ, ໄຊຍະບູລີ 01 ຄົນ, ບໍລິຄຳໄຊ 01 ແລະ ແຂວງຄຳມ່ວນ 01 ຄົນ).
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 448 ກໍລະນີ, ແຂວງ ວຽງຈັນ 298 ກໍລະນີ, ອັດຕະປື 227 ກໍລະນີ, ບໍລິຄຳໄຊ 233 ກໍລະນີ, ຄຳມ່ວນ 169 ກໍລະນີ, ສະຫວັນນະເຂດ 145 ກໍລະນີ, ສາລະວັນ 117 ກໍລະນີ, ໄຊຍະບູລີ 113 ກໍລະນີ ແລະ ແຂວງອຶ່ນໆ ເຊິ່ງແຂວງທີ່ຍັງບໍ່ມີການລາຍງານຄົນເປັນໄຂ້ຍຸງລາຍ ແມ່ນແຂວງ ຊຽງຂວາງ.
ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີການແຜ່ລະບາດແຜ່ລາມ ເປັນວົງກວ້າງ ແລະ ບໍ່ໃຫ້ມີກໍລະນີໃໝ່ນັ້ນ ທຸກຄົນຄວນ ພ້ອມກັນປ້ອງກັນ ບໍ່ໃຫ້ຍຸງລາຍກັດ ແລະ ປະຕິບັດຫລັກການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກເປັນປະຈຳ ໂດຍສະເພາະທຳລາຍ ແຫລ່ງເພາະພັນໜອນນ້ຳຍຸງລາຍ, ເມື່ອບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.
ຂ່າວ: ວຽງຈັນທາຍ

