ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຕໍ່ສື່ມວນຊົນໃນມື້ວານນີ້ວ່າ ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ເລິ່ມແຕ່ວັນທີ 20 ເມສາ 2020 ເປັນຕົ້ນມາ ແມ່ນໄດ້ຈຳກັດບໍລິເວນຢູ່ສູນ ຫຼື ໂຮງແຮມຕາມ ທີ່ໄດ້ກຳນົດໄວ້ ໃນແຈ້ງການເລກທີ 507/ຫສນຍ ຊຶ່ງບໍ່ອະນຸຍາດໃຫ້ຈຳກັດບໍລິເວນຢູ່ເຮືອນ.
ການທີ່ບໍ່ອະນຸຍາດໃຫ້ຈຳກັດບໍລິເວນຢູ່ເຮືອນ ກໍ່ເພື່ອຮັບປະກັນການປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະ ມີຄວາມສະດວກໃນການຕິດຕາມກວດກາສຸຂະພາບແຕ່ລະວັນ ແລະ ການລາຍງານຕໍ່ຄະນະສະເພາະກິດ.
ຮສ ດຣ. ພູທອນ ເມືອງປາກ ກ່າວຕື່ມອີກວ່າ ມາຮອດວັນທີ 5 ພຶດສະພາ 2020 ທົ່ວປະເທດ ຍັງມີສູນຈໍາກັດບໍລິເວນ ທັງໝົດ 87 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 608 ຄົນ.
ໃນຂະນະດຽວກັນ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ອອກແຈ້ງການໃນບໍ່ດົນມານີ້່ ເຖິງການນໍານະຄອນຫຼວງ ແລະ ການນໍາບັນດາແຂວງຕ່າງໆ ໃນຂອບເຂດທົ່ວປະເທດໃນການຮີບຮ້ອນກະກຽມສະຖານທີ່ ເພື່ອເປັນສູນຈໍາກັດບໍລິເວນ ສໍາລັບຄົນລາວ ແລະ ຄົນຕ່າງປະເທດ ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ໃນໄລຍະການແຜ່ລະບາດຂອງ ພະຍາດໂຄ ວິດ-19.
ແຈ້ງການດັ່ງກ່າວໂດຍມີເນື້ອໃນບາງຕອນສໍາຄັນໄດ້ລະບຸໄວ້ວ່າ: ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຮີບຮ້ອນກະກຽມສະຖານທີ່ຈໍາກັດບໍລິເວນຜູ້ທີ່ເດີນທາງມາຈາກຕ່າງປະເທດ ແລະ ຜູ້ສຳຜັດ ໃກ້ຊິດກັບຜູ້ຕິດເຊື້ອ ໂດຍປະຕິບັດຕາມເງື່ອນໄຂ ແລະ ມາດຕະຖານທີ່ທາງຄະນະສະເພາະກິດໄດ້ວາງອອກ. ສຳລັບງົບປະມານໃຊ້ຈ່າຍໃນການກະກຽມສະຖານທີ່ ແລະ ຮັບຮອງຜູ້ທີ່ຖືກຈໍາກັດບໍລິເວນ (ກິນ, ຢູ່ ພັກ–ເຊົາ) ແມ່ນໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງເປັນ ຜູ້ຮັບຜິດຊອບ, ຫ້າມເດັດຂາດບໍ່ໃຫ້ກັກກັນຕົວຢູ່ເຮືອນ.
ສະເພາະຊ່ຽວຊານ ຫຼື ຄົນຕ່າງປະເທດ ທີ່ເຂົ້າມາລາວ ໃຫ້ຄະນະສະເພາະກິດ ສົມທົບກັບທ້ອງຖິ່ນທີ່ກ່ຽວຂ້ອງ ຄົ້ນຄວ້າກຳນົດໂຮງແຮມທີ່ຈະເປັນບ່ອນກັກກັນຕົວ ແລະ ຕິດຕາມອາການ ໂດຍຄ່າໃຊ້ຈ່າຍໃນການກັກກັນຕົວດັ່ງກ່າວ ແມ່ນເຂົາເຈົ້າເປັນຜູ້ຮັບຜິດຊອບເອງ ໂດຍສະເພາະແມ່ນຄ່າໂຮງແຮມ, ອາຫານ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

