ຜູ້ປະກອບການດ້ານການທ່ອງທ່ຽວເມືອງວັງວຽງ ແຂວງວຽງຈັນຕ່າງເຊື່ອວ່າ ການທ່ອງທ່ຽວເມືອງວັງວຽງຈະກັບມາຄືກຄື້ນອີກຄັ້ງ ແລະ ຈະເຕັມໄປດ້ວຍນັກທ່ອງທ່ຽວພາຍໃນ ຫຼັງຈາກມີການເປີດທາງດ່ວນນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງທີ່ຈະມີການເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ທັນວາ 2020 ທີ່ຈະມາເຖິງນີ້.
ນາງວັນນາ ແສງສິລິ ເຈົ້າຂອງເຮືອນພັກແຫ່ງໜຶ່ງຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວຕໍ່ທີມງານວຽງຈັນທາຍມື້ເຊົ້າວັນທີ 19 ພະຈິກ 2020 ນີ້ວ່າ: ຂ້າພະເຈົ້າ ຫຼື ຜູ້ປະກອບການດ້ານການທ່ອງທ່ຽວພາຍໃນເມືອງວັງວຽງ ຕ່າງກໍ່ລໍຄອຍກ່ຽວກັບການເປີດທາງດ່ວນນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ເພາະເຊື່ອວ່າຫຼັງຈາກເປີດທາງດ່ວນຈະເຮັດໃຫ້ການທ່ອງທ່ຽວພາຍໃນເມືອງວັງວຽງກັບມາຄືກຄື້ນຂຶ້ນອີກຄັ້ງໜຶ່ງພາຍຫຼັງທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19.
ນາງວັນນາໄດ້ກ່າວຕື່ມວ່າ: ປັດຈຸບັນນີ້ເຮືອນພັກຂອງຂ້າພະເຈົ້າໄດ້ມີການປັບປຸງຫຼາຍດ້ານເພື່ອຕ້ອນຮັບນັກທ່ອງທ່ຽວ ໂດຍມີການສ້ອມແປງຕຽງນອນ, ປ່ຽນຜ້າປູບ່ອນນອນ, ປ່ຽນຜ້າຫົ່ມ, ໝອນ ແລະ ອື່ນໆຄົບຊຸດພາຍໃນຫ້ອງ ນອກນັ້ນຍັງໄດ້ເພີ່ມສັນຍານວາຍຟາຍໂທລະສັບ ໃນແຕ່ລະຊັ້ນເພື່ອອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວ ທັງເປັນການດຶງດູດນັກທ່ອງທ່ຽວອີກຊ່ອງທາງໜຶ່ງ ນອກນັ້ນຍັງໄດ້ຫຼຸດລາຄາຄ່າຫ້ອງລົງ ຈາກ 150.000 ກີບຕໍ່ຄືນ ລົງມາ 130.000 ກີບ (ຫ້ອງຕຽງດຽ່ວ ແລະ ຕຽງຄູ່ ພ້ອມອຸປະກອນໄຟຟ້າຄົບຊຸດ), ຫ້ອງພັດລົມຈາກ 100.000 ກີບ ລົງມາເຫຼືອ 70.000 ກີບ (ຫ້ອງຕຽງດຽ່ວ ແລະ ຕຽງຄູ່ ມີໂທລະພາບ).
ປະຈຸບັນເມືອງວັງວຽງ ມີໂຮງແຮມ 29 ແຫ່ງ, ເຮືອນພັກ 114 ແຫ່ງ, ລີສອດ 16 ແຫ່ງ, ບັງກາໂລ 12 ແຫ່ງ, ວິນລາ 6 ແຫ່ງ, ເຮືອນພັກນໍາປະຊາຊົນ ຫລືໂຮມສະເຕ 1 ແຫ່ງ, ມີຫ້ອງພັກທັງໝົດ 3.527 ຫ້ອງ, ມີຕຽງນອນ 5.039 ຕຽງ, ສາມາດຮັບແຂກໄດ້ ໃນລະດັບ 7.000-8.000 ຄົນຕໍ່ວັນ, ມີກິດຈະການບໍລິການດ້ານການທ່ອງທ່ຽວທີ່ຫຼາກຫຼາຍ ແຕ່ລະກິດຈະການບໍລິການໄດ້ສົ່ງເສີມຈັດຕັ້ງເປັນກຸ່ມ, ເປັນໜ່ວຍບໍລິການ ຮ່ວມກັນຕາມແນວທາງນະໂຍບາຍຂອງລັດຖະບານ ເປັນຕົ້ນ: ກຸ່ມໂຮງແຮມ ແລະ ເຮືອນພັກ, ກຸ່ມຮ້ານອາຫານ, ກິນດື່ມ ແລະ ບັນເທີງ, ກຸ່ມບໍລິການເຮືອກາຍັກ ມີ 23 ໜ່ວຍບໍລິການ (ເຮືອກາຍັກ 450 ລໍາ), ກຸ່ມບໍລິການເຮືອຈັກຫາງຍາວ ມີ 2 ໜ່ວຍບໍລິການ (ມີເຮືອ 90 ລໍາ), ກຸ່ມບໍລິການຂີ່ສະລິງ (ມີ 7 ໜ່ວຍ 7 ຈຸດບໍລິການ), ກຸ່ມບໍລິການ ລົດໃຫ້ເຊົ່າ ລົດຖີບ, ລົດຈັກ ແລະ ລົດ 4 ລໍ້ (16 ໜ່ວຍ, ມີລົດ 700 ກວ່າຄັນ), ກຸ່ມບໍລິ ການຮ້ານນວດແຜນບູຮານ ມີ 30 ຮ້ານ, ໜ່ວຍບໍລິການຍ່າງປ່າ, ຈຸດຊົມວີວເທິງພູ, ຜາ, ອາບນໍ້າທໍາມະຊາດ ແລະ ທ່ຽວຊົມຖໍ້າ ທັງໝົດ 36 ແຫ່ງ, ໜ່ວຍບໍລິການບາລູນ, ພາລາມໍເຕີ ແລະ ເຄື່ອງບິນເບົາຂະໜາດນ້ອຍ 3 ຫົວໜ່ວຍ, ໜ່ວຍບໍລິການປີນຜາ 2 ຫົວໜ່ວຍ, ບໍລິການຂາຍປີ້ທົວ 6 ໜ່ວຍ ແລະ ກຸ່ມອື່ນໆ.
ຂ່າວ: ວຽງຈັນທາຍ
ພາບປະກອບ

