ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ພົບປະ ຜູ້ມີສິດເລືອກຕັ້ງ ທີ່ບ້ານໃຫຍ່ໜອງຜໍາ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ພົບປະ ຜູ້ມີສິດເລືອກຕັ້ງ ທີ່ບ້ານໃຫຍ່ໜອງຜໍາ

​ ຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ (ຄະນະທີ1) ຈຳນວນ 10 ທ່ານ ຍິງ 2 ທ່ານ ໄດ້ລົງເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ທີ່ບ້ານໃຫຍ່ໜອງຜໍາ ເມືອງຈໍາປາສັກ. ການລົງເຄື່ອນໄຫວຄັ້ງນີ້ ມີຂຶ້ນໃນວັນທີ 14 ກຸມພາ 2026ນີ້, ນຳໂດຍ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ຜູ້ສະໝັກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ (ນ້ຳເບີ1), ພ້ອມດ້ວຍຄະນະຜູ້ສະໝັກ ສສຊ ທັງ 9 ທ່ານ, ໂດຍການຕ້ອນຮັບຂອງຄະນະນໍາເມືອງຈໍາປາສັກ, ອໍານາດການປົກຄອງບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ຈາກບ້ານໃຫຍ່ໜອງຜໍາ, ບ້ານດອນກອຍ, ບ້ານດອນຊຽງຫຼ້າ, ບ້ານທ່າຕານ ເຂົ້າຮ່ວມຕ້ອນຮັບ.

ໃນພິທີ, ຜູ້ມີສິດເລືອກຕັ້ງໄດ້ຮັບຟັງການຜ່ານປະຫວັດຫຍໍ້ ແລະ ການເຄື່ອນໄຫວຂອງຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 15 ທັງ 20 ທ່ານ (ແຕ່ເບີ 1 ຫາ ເບີ 20). ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນພາລະບົດບາດ, ສິດໜ້າທີ່ ແລະ ຄວາມໝາຍສໍາຄັນຂອງສະພາແຫ່ງຊາດ. ການເລືອກຕັ້ງ ສສຊ ແລະ ສສຂ ເປົ້າໝາຍກໍເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດລະບອບການເມືອງໄລຍະໃໝ່ຂອງພັກ ໃນການສືບຕໍ່ ບູລະນະລະບອບປະຊາທິປະໄຕປະຊາຊົນ, ປັບປຸງກົນໄກບໍລິຫານລັດໃຫ້ກາຍເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ, ເພື່ອສ້າງຕັ້ງລະບົບອຳນາດລັດທີ່ເຂັ້ມແຂງ ແລະ ໂປ່ງໃສ ທີ່ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ ແລະ ທີ່ສຳຄັນການລົງພົບປະປະຊາຊົນຂອງຜູ້ສະໝັກ ສສຊ ຄະນະທີ1 ໃນຄັ້ງນີ້, ກໍເພື່ອໃຫ້ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ ແລະ ພ້ອມກັນປະຕິບັດສິດ, ພັນທະ ແລະ ໄປໃຊ້ສິດເລືອກຕັ້ງໃນມື້ເລືອກຕັ້ງ ໃຫ້ຮັບປະກັນຜົນສຳເລັດໄດ້ຕາມຄາດໝາຍທີ່ກໍານົດໄວ້.

ຈາກນັ້ນ, ຜູ້ສະໝັກ ສສຊ ກໍໄດ້ສະເໜີຕົວ ແລະ ແຈ້ງຈຸດປະສົງໃນການລົງເຄື່ອນໄຫວ, ພ້ອມນໍາສະເໜີວິໄສທັດ ເພື່ອການພັດທະນາແຕ່ລະດ້ານໃຫ້ເກີດຜົນປະໂຫຍດແກ່ສັງຄົມ, ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງພ້ອມຈິດພ້ອມໃຈກັນໄປໃຊ້ສິດປະຊາທິປະໄຕ ຂອງຕົນໃນການປ່ອນບັດເລືອກຕັ້ງໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ ເພື່ອຄັດເລືອກເອົາຕົວແທນທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້, ຄວາມສາມາດ ແລະ ວິໄສທັດກວ້າງໄກ ເຂົ້າໄປເຮັດໜ້າທີ່ໃນສະພາແຫ່ງຊາດ.

ຂ່າວ-ພາບ: ຈັນທະວີສັກ

Related Articles

Leave a Reply