ຝົນຈະຕົກເປັນບໍລິເວນກ້ວາງ ລະຫວ່າງ ວັນທີ 25-28 ມີຖຸນາ ນີ້

ຝົນຈະຕົກເປັນບໍລິເວນກ້ວາງ ລະຫວ່າງ ວັນທີ 25-28 ມີຖຸນາ ນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນໄລຍະວັນທີ 25-28 ມິຖຸນານີ້, ຈະມີລົມມໍລະສຸມຕາເວັນຕົກສ່ຽງໃຕ້ເພີ່ມກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ເກີດມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຫາຕົກໜັກ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ດັ້ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ອາດຈະເກີດມີນ້ຳຖ້ວມຊູ ແລະ ດິນເຈື່ອນຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ສໍາລັບ ພະຍາກອນອາກາດ ປະຈຳວັນທີ 24 ມິຖຸນາ 2020 ຄວາມກົດດັນອາກາດຕໍ່າ ຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງພັດປົກ ຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຢູ່່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼຶ້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຕົກປານກາງ ພ້ອມ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກໃຕ້.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply