ຝົນຈະຕົກໜັກອາດເກີດມີນ້ຳຖ້ວມຊູ ຢູ່ບາງທ້ອງຖິ່ນ

ຝົນຈະຕົກໜັກອາດເກີດມີນ້ຳຖ້ວມຊູ ຢູ່ບາງທ້ອງຖິ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນໄລຍະແຕ່ວັນທີ 29 ກໍລະກົດ ຫາ 2 ສິງຫາ 2020, ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂື້ນພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ ສະພາບຝົນຕົກເປັນບໍລິເວນກ້ວາງ ພ້ອມຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ອາດຈະເກີດມີນ້ຳຖ້ວມຊູ ແລະ ດິນເຈື່ອນຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ສໍາລັບ ພະຍາກອນອາກາດ ປະຈຳວັນທີ 28 ກໍລະກົດ 2020, ຄວາມກົດດັນຕໍ່າຂອງອາກາດຮ້ອນຈະມີກໍາລັງອ່ອນປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply