ຝົນຈະຕົກໜັກ ລົມພັດແຮງ ສືບຕໍ່ໃນບາງທ້ອງຖີ່ນ ອາດເກີດນ້ຳຖ້ວມຊູ ແລະ ດິນເຈື່ອນ

ຝົນຈະຕົກໜັກ ລົມພັດແຮງ ສືບຕໍ່ໃນບາງທ້ອງຖີ່ນ ອາດເກີດນ້ຳຖ້ວມຊູ ແລະ ດິນເຈື່ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ນັບແຕ່ມື້ນີ້ ຮອດວັນທີ 30 ສິງຫາ 2020 ນີ້ ຝົນຍັງຈະສຶບຕໍ່ຕົກເປັນບໍລິເວນກ້ວາງ ໃນບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ ພ້ອມຈະມີລົມພັດແຮງເປັນບາງໂອກາດ, ຍ້ອນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂື້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.

ສະນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈຶ່ງໄດ້ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ໃຫ້ມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງ ອາດຈະເກີດມີນ້ຳຖ້ວມຊູ ແລະ ດິນເຈື່ອນເກີດຂື້ນ.

ໃນອາທິດທີ່ຜ່ານມານີ້ ໄດ້ມີຝົນຕົກລິນ ແລະ ຕົກໜັກ, ຊຶ່ງເຮັດໃຫ້ເກີດເຫດນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນ ໃນບາງທ້ອງຖີ່ນຂອງປະເທດ, ໂດຍສະເພາະ ໄດ້ເກີດມີດິນເຈື່ອນ ຖົມທາງເລກທີ 13 ເໜືອ, ຈຸດກິໂລແມັດ 231 ຫາ 700 ບ້ານນໍ້າແກ່ນ ເຂດເມືອງກາສີ ແຂວງວຽງຈັນ, ປະຈຸບັນ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ສຳເລັດການສ້ອມແປງທາງ, ເຄື່ອນຍ້າຍດິນ ແລະ ຫິນທີ່ເຈື່ອນຖົມທາງເລກທີ 13 ເໜືອ ແລ້ວ ແລະ ໄດ້ເປີດການສັນຈອນເປັນປົກກະຕິ, ແຕ່ຍັງຕ້ອງໄດ້ລະວັງທຸກເວລາ ເພາະຍັງມີຄວາມສ່ຽງທີ່ຈະເກີດມີການເຈື່ອນຂອງດິນ ແລະ ຫິນອີກຍ້ອນຝົນຍັງສືບຕໍ່ຕົກຢູ່.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply