ຝົນຍັງຈະສຶບຕໍ່ຕົກໃນແຕ່ລະພາກ ໄລຍະອາທິດນີ້

ຝົນຍັງຈະສຶບຕໍ່ຕົກໃນແຕ່ລະພາກ ໄລຍະອາທິດນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ວ່າ: ໃນໄລຍະອາທິດນີ້, ຝົນຈະສບຕໍ່ຕົກໃນແຕ່ລະພາກໃນຂອບເຂດທົ່ວປະເທດ, ໂດຍສະເພາະ ນັບແຕ່ມື້ນີ້ ຮອດ ວັນທີ 21 ຕຸລາ 2020 ນີ້  ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງຢູ່ທົ່ວໄປໃນຕອນເຊົ້າແຂວງພາກເໜືອ, ສ່ວນພາກໃຕ້ຮ່ອງຄວາມກົດດັນຈະພັດຜ່ານດ້ວຍກຳລັງປານກາງ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.
ຈາກນັ້ນ ວັນທີ 22 ຫາ 25 ຕຸລາ 2020 ມວນອາກາດເຢັນຈາກປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງລາວ, ສົມທົບກັບລົມຕາເວັນອອກສ່ຽງເໝືອພັດປົກຄຸມດ້ວຍກຳລັງປານກາງ ຫາ ແຮງ ຈະເຮັດໃຫ້ອາກາດເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າຕື່ມອີກ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ໃນໄລຍະໜຶ່ງອາທິດຜ່ານມາ ໄດ້ມຝົນຕົກໜັກຕິດຕໍ່ກັນຫຼາຍວັນ ພ້ອມດຽວກັນນີ້ ບັນດາເຂື່ອນຢູ່ແຂວງພາກກາງ ແຂວງ ສະຫວັນນະເຂດ ໄດ້ປ່ອຍປະຕູນໍ້າ ຊຶ່ງເຮັດໃຫ້ລະດັບນໍ້າເຊລະນອງ, ເຊໂປນ, ເຊບັ້ງຫຽງ, ໄດ້ຂຶ້ນສູງກວ່າເຂດລະວັງໄພ ແລະ ເຂດອັນຕະລາຍ ຊຶ່ງໄດ້ເຮັດໃຫ້ມີນໍ້າຖ້ວມອັ່ງຢູ່ຫຼາຍເມືອງ ເຊັ່ນ: ເມືອງເຊໂປນ, ເມືອງພິນ, ເມືອງສອງຄອນ ແຂວງສະຫວັນນະເຂດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply