ພະຍາດໂຄວິດ-19 ໄດ້ກາຍພັນເປັນພັນທີ່ຮ້າຍແຮງກວ່າເກົ່າແລ້ວ

ພະຍາດໂຄວິດ-19 ໄດ້ກາຍພັນເປັນພັນທີ່ຮ້າຍແຮງກວ່າເກົ່າແລ້ວ

ນັກວິທະຍາສາດການແພດໂລກໃຫ້ຮູ້ວ່າ: ພະຍາດໂຄວິດ-19 ໄດ້ກາຍພັນເປັນສາຍພັນໃໝ່ ທີ່ຮ້າຍແຮງກວ່າເກົ່າແລ້ວ ການແຜ່ເຊື້ອຈະໄວຂຶ້ນ ແລະ ສະລັບສັບຊ້ອນກ່ວາສາຍພັນເດີມ.

ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວ ເມື່ອວັນທີ 23 ທັນວາ 2020 ນີ້ທີ່ກະຊວງສາທາລະນະສຸກ ກ່ຽວກັບສະພາບການຂອງພະຍາດໂຄວິດ -19 ໃນປັດຈຸບັນໃຫ້ຮູ້ວ່າ: ການກວດພົບເຊື້ອພະຍາດໂຄວິດ-19 ໃນປັດຈຸບັນນີ້ ສ່ວນຫຼາຍແມ່ນບໍ່ສະແດງອາການ ຊຶ່ງເຮັດໃຫ້ການປ້ອງກັນ, ຄວບຄຸມ ຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນຂຶ້ນຕື່ມ. ດັ່ງນັ້ນ, ລັດຖະບານຈຶ່ງຮຽກຮ້ອງໃຫ້ປະຊາຊົນລາວ ແລະ ຕ່າງປະເທດທີ່ດໍາລົງຊີວິດຢູ່ ສປປ ລາວຈົ່ງເພີ່ມສະຕິລະວັງຕົວກ່ຽວກັບພະຍາດນີ້ໃຫ້ດີກວ່າເກົ່າ ແລະ ສູງກວ່າທີ່ເປັນຢູ່ໃນປັດຈຸບັນ. ສໍາລັບມາດຕະການໃນການປ້ອງກັນພະຍາດໂຄວິດ-19 ໃນໄລຍະນີ້ຮອດວັນທີ 31 ມັງກອນ 2021, ລັດຖະບານໄດ້ມີຫຼາຍມາດຕະການ ເຊັ່ນ: ໃຫ້ໂຈະບັນດາພົນລະເມືອງປະເທດທີ່ມີການແຜ່ລະບາດພະຍາດໂຄວິດ-19 ໃນຊຸມຊົນເຂົ້າປະເທດລາວ, ຍົກເວັ້ນຖ້ຽວບິນເໝົາລໍາສໍາລັບປະເທດທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຍົກເວັ້ນຖ້ຽວບິນມະນຸດສະທໍາທີ່ຈໍາເປັນແຕ່ຕ້ອງມີການຄົ້ນຄົ້ວາລະອຽດ ແລະ ຮັດກຸມ ແລະ ກວດກາຢ່າງເຄັ່ງຄັດ, ໃຫ້ກວດກາຜູ້ໂດຍສານເຮືອບິນເໝົາລໍາທີ່ມາຈາກປະເທດທີ່ບໍ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ລະອຽດ ແລະ ຮັດກຸມ, ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມໃຫ້ຄົນຕ່າງປະເທດ, ສໍາລັບນັກການທູດ ພະນັກງານອົງການຈັດຕັ້ງສາກົນ ຊ່ຽວຊານ ນັກລົງທຶນທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາໄດ້ແຕ່ຕ້ອງໄດ້ຜ່ານການອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ຍົກເວັ້ນບາງດ່ານທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ອື່ນໆ.

ທ່ານ ຮສ. ດຣ ບຸນກອງໄດ້ກ່າວຕື່ມວ່າ: ສໍາລັບການຈັດງານສວດມົນຂ້າມປີ ຖ້າຈະຈັດແຕ່ຕ້ອງຈັດກະທັດຮັດ ແລະ ຕ້ອງປະຕິບັດບັນດາມາດຕະການປ້ອງກັນພະຍາດໂຄວິດ-19, ງານດອງກໍ່ໃຫ້ຈັດແບບປະຢັດມັດທະຍັດ ຕາມຮິດຄອງປະເພນີ ນອກນັ້ນກໍ່ຍັງມີບັນດາບຸນຊົນເຜົ່າກໍ່ໃຫ້ຈັດແບບກະທັດຮັດຕາມຮິດຄອງປະເພນີ, ການສະຫຼອງງານສົ່ງທ້າຍປີເກົ່າ 2020 ແລະ ຕ້ອນຮັບປີໃໝ່ 2021 ກໍ່ໃຫ້ຈັດແຕ່ຢູ່ເຮືອນ  ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply