ພະນັກງານ ກະຊວງ ຖວທ ກຽມຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ

ພະນັກງານ ກະຊວງ ຖວທ ກຽມຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ

ຫ້ອງການ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)ໄດ້ອອກແຈ້ງການມື້ວານນີ້ ວ່າ: ໃນວັນທີ 31 ກໍລະກົດ ນີ້, ທິມງານຂອງບໍລິສັດ ອີທີເອລ໌ ຈະມາຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ (ເບີຫຼັກ2) ຂອງກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໃຫ້ແກ່ພະນັກງານ ກະຊວງ ຖວທ, ຢູ່ຫ້ອງປະຊຸມຊັ້ນໜຶ່ງ ຂອງກະຊວງ, ເລີ່ມແຕ່ເວລາ 9:00-12:00 ໂມງ.

ອີງຕາມໃບແຈ້ງການລະບຸວ່າ: ໃຫ້ຖືເອກະສານມານໍາຄື: ບັດປະຈໍາຕົວ, ປື້ມສໍາມະໂນຄົວ ຫຼື ໜັງສືຜ່ານແດນ, ຢ່າງໃດຢ່າງໜຶ່ງກໍ່ໄດ້ (ເອກະສານທຸກຢ່າງຕ້ອງແມ່ນຂອງແທ້ ທີ່ຍັງບໍ່ໝົດອາຍຸ, ເຫັນຂໍ້ມູນຕົວໜັງສື ແລະ ຮູບຊັດເຈນ).

ດັ່ງນັ້ນ, ຂໍໃຫ້ຫົວໜ້າກົມ, ສະຖາບັນ, ໂຮງຮຽນ, ກອງວິຊາການ ແລະ ລັດວິສາຫະກິດ ຊ່ວຍແຈ້ງໃຫ້ແກ່ພະນັກງານຕົນເອງ ສາມາດໄປຂຶ້ນທະບຽນ ຕາມເວລາທີ່ກໍານົດໄວ້.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply