Visit BigblueAgency
ພູເບ້ຍຈະກາຍເປັນແຫຼ່ງທ່ອງທ່ຽວທີ່ເປັນໃບໜ້າໃໝ່ຂອງປະເທດລາວ

ພູເບ້ຍຈະກາຍເປັນແຫຼ່ງທ່ອງທ່ຽວທີ່ເປັນໃບໜ້າໃໝ່ຂອງປະເທດລາວ

ກຸ່ມບໍລິສັດ ຄໍາໄພ ຊະນະຈໍາກັດຜູ້ດຽວກຽມເງິນລົງທຶນ 500 ລ້ານໂດລາ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງຢູ່ຈອມພູເບ້ຍ ເມືອງອານຸວົງ ແຂວງໄຊສົມບູນ ພາຍໃຕ້ໂຄງການສະຫວັນທະເລໝອກພູເບ້ຍ ຫຼື ໂຄງການອະນຸລັກສົ່ງເສີມການທ່ອງທ່ຽວພູເບ້ຍແບບຍືນຍົງ, ພາຍຫຼັງທີ່ໄດ້ຮັບອະນຸຍາດສໍາປະທານເຂດດັ່ງກ່າວຈາກລັດຖະບານເມື່ອບໍ່ດົນມານີ້ ເປັນເວລາ 99 ປີ ຊຶ່ງຈະພັດທະນາໃຫ້ກາຍກາຍເປັນແຫຼ່ງທ່ອງທ່ຽວທີ່ເປັນໃບໜ້າໃໝ່ຂອງປະເທດລາວ.
ໂຄງການດັ່ງກ່າວນີ້, ກຸ່ມບໍລິສັດ ຄໍາໄພ ຈະເນັ້ນປົກປັກຮັກສາສິ່ງທີ່ມີຢູ່ແລ້ວໃຫ້ມີຄວາມຫຼາກຫຼາຍກິດຈະກໍາໂດຍມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນເປັນຕົ້ນແມ່ນການປົກປັກຮັກສາຕົ້ນໄມ້ຂຸນ, ຫີນສີລາ, ໜໍ່ແຮດ, ສິ່ງທີ່ເປັນເອກະລັກມະຫັດສະຈັນໂດດເດັ່ນ ຢູ່ທີ່ຈອມພູເບ້ຍ ເປັນຕົ້ນປ່າໄມ້ດົງດິບ, ສວນຊາ 1.000 ປີ, ຄວາມສວຍງາມປ່າດົງກຸຫຼາບລ້ານປີ ແລະ ຊີວະນາໆພັນຕ່າງ, ວັດທະນທໍາບັນດາເຜົ່າ, ຂີ່ກະຕ່າລອຍຟ້າ, ເຮືອນຊົງລາວ, ຊົມວິຖີຊີວິດແບບລາວເດີມ ແລະ ຊົນເຜົ່າ, ກິດຈະກໍາຍ່າງປ່າ ແລະ ກິດຈະກໍາອື່ນໆ.
ພູເບ້ຍເປັນພູທີ່ສູງກວ່າໝູ່ຢູ່ໃນປະເທດລາວ, ມີຄວາມສູງ 2.820 ແມັດ ແລະ ມີຄວາມອຸດົມສົມບູນເຕັມໄປດ້ວຍທໍາມະຊາດ, ນອກນັ້ນປະຊາຊົນທີ່ອາໄສຢູ່ ກວມ 90% ແມ່ນເຜົ່າມົ້ງ.

Related Articles

Leave a Reply