ພົບສົບຜູ້ເປັນລູກສາວແລ້ວ1 ຄົນໃນຕອນເຊົ້າຂອງມື້ນີ້

ພົບສົບຜູ້ເປັນລູກສາວແລ້ວ1 ຄົນໃນຕອນເຊົ້າຂອງມື້ນີ້

ໃນຕອນເຊົ້າຂອງວັນທີ 23 ທັນວາ 2025 ນີ້, ເຈົ້າໜ້າທີ່ໄດ້ພົບສົບລູກສາວແລ້ວ 1 ຄົນ ຫ່າງຈາກຈຸດເກີດເຫດປະມານ 24 ກິໂລແມັດ, ພາຍຫຼັງທີ່ໄດ້ພົບສົບຜູ້ເປັນແມ່ໃນມື້ວານນີ້ຈາກອຸບັດເຫດເຮືອຕຳໂງ່ນຫີນບໍລິເວນຖ້ຳຕິ່ງ ຢູ່ແກ້ງເຫຼືອກ ເມືອງປາກອູ ແຂວງຫຼວງພະບາງ ໃນ ວັນທີ 18 ທັນວາ 2025 ຜ່ານມາ.

ປັດຈຸບັນ, ທີມງານອາສາສະໝັກກູ້ໄພອົງການກາແດງ ແຂວງຫຼວງພະບາງ ຍັງສືບຕໍ່ຄົ້ນຫາລູກສາວຜູ້ທີ 2.

 ອຸບັດເຫດເຮືອຕຳໂງ່ນຫີນດັ່ງກ່າວໄດ້ເກີດຂຶ້ນໃນເວລາ 09:30 ໂມງ ຂອງວັນທີ 18 ທັນວາ 2025 ທີ່ຜ່ານມາ ໂດຍແມ່ນເຮືອໂດຍສານສາຍຕ່າງແຂວງ ໝາຍເລກທະບຽນ ອຊ 0120 ອອກຊື່ທ້າວ ເຄນ ຢູ່ບ້ານແກ້ງຮາງໃຫຍ່ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຮັບແຂກຈາກເມືອງປາກແບງ ແຂວງອຸດົມໄຊ ເດີນທາງມາສົ່ງຜູ້ໂດຍສານ ຢູ່ທ່າເຮືອບ້ານດອນໃໝ່ ນະຄອນຫຼວງພະບາງ ແຂວງຫຼວງພະບາງ. ມາຮອດເວລາ ປະມານ 15:45 ໂມງ ຂອງມື້ດຽວກັນ, ເຮືອລໍາດັ່ງກ່າວໄດ້ລ່ອງລົງມາຮອດແກ້ງເຫຼຶອກ (ເຂດກ້ອງຖໍ້າຕິ່ງ) ເມືອງປາກອູ, ແຕ່ຫຼັກໝາຍການເດີນເຮືອຢູ່ຈຸດດັ່ງກ່າວ ແມ່ນໄດ້ຖືກເຮືອລຳອື່ນຕຳລົ້ມໄປກ່ອນໜ້ານັ້ນແລ້ວ ຈຶ່ງເຮັດໃຫ້ນາຍທ້າຍເຮືອເບີ່ງບໍ່ເຫັນ ແລະ ບໍ່ສາມາດກະໄລຍະທາງເດີນເຮືອໄດ້ ເຮັດໃຫ້ເຮືອເຂົ້າໃກ້ຝັ່ງເກີນໄປ ແລ້ວໄປຕຳ ໃສ່ກ້ອນຫີນທີ່ຢູ່ພື້ນນໍ້າ. ຫຼັງຈາກນັ້ນ ປະມານ 20-30 ນາທີຕໍ່ມາ ເຮືອຈຶ່ງໄດ້ຈົມລົງຢູ່ຈຸດດັ່ງກ່າວ. ຫຼັງຈາກໄດ້ຮັບແຈ້ງເຫດ, ພະແນກ ຍທຂ ໄດ້ຊີ້ນໍາຂະແໜງວິຊາການ ສົມທົບກັບສະມາຄົມເຮືອຫຼວງພະບາງ ແລະ ຫ້ອງຫານ ຍທຂ ເມືອງປາກອູ ລົງສະຖານທີ່ຕົວຈິງ ເພື່ອຊ່ວຍເຫຼືອທັນທີ ໂດຍໄດ້ນໍາໃຊ້ເຮືອຈຳນວນ 02 ລຳ ເພື່ອຊ່ວຍ ເອົາຜູ້ໂດຍສານຄົນລາວ, ຄົນຕ່າງປະເທດ ແລະ ເຄື່ອງຈຳນວນໜຶ່ງ ມາຂຶ້ນຢູ່ທ່າເຮືອບ້ານດອນໃໝ່ ພ້ອມທັງຈັດສັນ ລົດເມ 15 ບ່ອນນັ່ງ (ລົດເມຂຽວ) ຂອງບໍລິສັດ ໂຊກປະເສີດ ຈຳນວນ 06 ຄັນ ໄປສົ່ງຢູ່ຈຸດສູນກາງຕະຫຼາດກາງຄືນ, ນະຄອນ ຫຼວງພະບາງ ແລະ ສົ່ງຄົນຕ່າງຊາດ (ເພດຊາຍ) ຈຳນວນ 01 ຄົນ ໄປສະຖານີຕຳຫຼວດ ເພື່ອໄປແຈ້ງເສຍຫາຍ ໃຫ້ເຈົ້າໜ້າທີ່ຕຳຫຼວດກວດກາຄົນເຂົ້າ-ອອກເມືອງ.

ຜ່ານການສັງລວມ ກວດກາລາຍຊື່ຜູ້ໂດຍສານທັງໝົດ ສາມາດສັງລວມໄດ້ຄື: ຈຳນວນຜູ້ໂດຍສານຕົ້ນທາງ ທີ່ຂຶ້ນຢູ່ທ່າເຮືອປາກແບງ ແຂວງອຸດົມໄຊ ມີທັງໝົດ 125 ຄົນ ໃນນັ້ນ, ມີ ຜູ້ໂດຍສານທີ່ເປັນຄົນຕ່າງປະເທດ 118 ຄົນ, ຄົນລາວ 07 ຄົນ (ຜູ້ໂດຍສານ 03 ຄົນ, ລູກເຮືອ 03 ຄົນ ແລະ ນາຍທ້າຍເຮືອ 01 ຄົນ); ຈໍານວນຜູ້ໂດຍສານທີ່ຂຶ້ນຢູ່ຕາມບັນດາບ້ານຂອງສາຍທາງ ມີທັງໝົດ 22 ຄົນ (ຄົນລາວທັງໝົດ) ລວມຜູ້ໂດຍສານທີ່ຢູ່ເທິງເຮືອ (ລວມທັງລູກເຮືອ ແລະ ນາຍທ້າຍເຮືອ) ມີທັງໝົດ 147 ຄົນ.

ຜ່ານການກວດກາລາຍຊື່ຂອງຜູ້ໂດຍສານຕົວຈິງ ກ່ອນຈະຂຶ້ນລົດເມຂຽວ ເພື່ອໄປສົ່ງຢູ່ຈຸດສູນກາງຕະຫຼາດກາງຄືນ ນະຄອນ ຫຼວງພະບາງ, ສາມາດສັງລວມໄດ້ດັ່ງນີ້: ຜູ້ໂດຍສານຕ່າງປະເທດ ຈໍານວນ 118 ຄົນ, ຜູ້ໂດຍສານຄົນລາວ 19 ຄົນ, ນາຍທ້າຍເຮືອ 01 ຄົນ ແລະ ລູກເຮືອ 03 ຄົນ; ບໍ່ພົບເຫັນ 03 ຄົນ (03 ແມ່ລູກ): ຜູ້ເປັນແມ່ຊື່ນາງ ປານີເຮີ່ ຢູ່ບ້ານຄົກແອກ ເມືອງຫົງສາ ແຂວງ ໄຊຍະບູລີ ແລະ ລູກນ້ອຍ 02 ຄົນ.

ສໍາລັບຜົນເສຍຫາຍຂອງອຸບັດເຫດຄັ້ງນີ້ ມີ: ເຮືອລໍາດັ່ງກ່າວ ແມ່ນຫັກເຄິ່ງ ແລະ ຈົມລົງນໍ້າຂອງ (ເສຍຫາຍໝົດລໍາ); ລົດຈັກຈຳນວນ 1 ຄັນ ຈົມໄຫຼນໍ້າ (ກໍາລັງຊອກຄົ້ນ); ກະເປົາເດີນທາງ, ໜັງສືເດີນທາງ, ຄອມພິວເຕີ ແລະ ໂທລະສັບຂອງ ຜູ້ໂດຍສານຈໍານວນໜຶ່ງ ຈົມລົງນໍ້າ (ກໍາລັງຊອກຄົ້ນ).

ສ່ວນການກວດກາຂໍ້ມູນດ້ານຄວາມປອດໄພ, ພະແນກ ຍທຂ ແຂວງຫຼວງພະບາງ ໄດ້ປະສານສົມທົບ ກັບພະແນກ ຍທຂ ແຂວງອຸດົມໄຊ ເພື່ອໃຫ້ທາງຂະແໜງວິຊາການ ລາຍງານຂໍ້ມູນລະອຽດກ່ຽວກັບເຮືອ, ເນື່ອງຈາກວ່າຕົ້ນທາງການປ່ອຍເຮືອ, ຂໍ້ມູນທາງດ້ານເຕັກນິກເຮືອ ແມ່ນທາງສະມາຄົມເຮືອແຂວງອຸດົມໄຊ ແລະ ພະແນກ ຍທຂ ແຂວງອຸດົມໄຊ ເປັນຜູ້ຄຸ້ມຄອງ, ຖ້າໄດ້ຂໍ້ມູນລະອຽດ ຈະໄດ້ລາຍງານເພີ່ມເພື່ອຮັບຊາບຕື່ມ.

ແຫຼ່ງຂໍ້ມູນ: ໜ່ວຍກູ້ໄພອົງການກາແດງແຂວງຫຼວງພະບາງ

Related Articles

Leave a Reply