ໜ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ (0711625) ແຈ້ງໃຫ້ຮູ້ວ່າ: ໄດ້ພົບສົບເພດຊາຍເສຍຊີວິດຢູ່ໃນຖັງຕົ້ມຢາງໝາກຕອຍ ມື້ວານບນີ້ ວັນທີ 20 ກໍລະກົດ ທີ່ ບ້ານສາມັກຄີໄຊ ເມືອງຊຽງເງິນ ແຂວງຫລວງພະບາງ ຊຶ່ງເຈົ້າໜ້າທີ່ ແລະ ທີມງານ ໜ່ວຍກູ້ຊີບໄດ້ຕັດຖັງເຫຼັກຕົ້ມຢາງໜາກຕອຍຈຶ່ງສາມາດນໍາເອົາຜູ້ເສຍຊີວິດອອກມາໄດ້, ຄາດວ່າເສຍຊີວິດມາແລ້ວ 2-3 ວັນ.
ໜ່ວຍກູ້ຊີບອົງການກາແດງລາວ: ສະພາບສົບຮ່າງກາຍແມ່ນເໜົ່າເປື່ອຍ ເຫຼືອແຕ່ບາງສ່ວນເທົ່ານັ້ນ, ບໍ່ພົບຫຼັກຖານ ຫຼື ເອກກະສານໃດໆທີ່ສາມາດຢັ້ງຢືນວ່າຜູ້ກ່ຽວແມ່ນໃຜ ແລະ ເປັນປະຊາຊົນບ້ານໃດ, ເມືອງໃດ ສ່ວນສົບແມ່ນໄດ້ໄປປະໄວ້ທີ່ໂຮງເຢັນແຂວງຫລວງພະບາງ ເພື່ອລໍການຊັນນະສູດທາງດ້ານດີເອນເອ ທີ່ສາມາດຢັ້ງຢືນວ່າຜູ້ກ່ຽວແມ່ນພີ່ນ້ອງຂອງໃຜ. ສ່ວນສາເຫດການຕາຍຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່, ບາງທີຜູ້ກ່ຽວອາດຖືກຄາດຕະກໍາມາແຕ່ບ່ອນອື່ນ ແລະ ນຳເອົາສົບມາຖີ້ມເພື່ອອໍາພາງຄະດີ.
ຂ່າວ-ພາບ: ໜ່ວຍກູ້ຊີບ 0711625

