ພົບເຫັນລະເບີດໃຫຍ່ບໍ່ທັນແຕກ ປະເພດ MK81 ນໍ້າໜັກ 250 ປອນ

ພົບເຫັນລະເບີດໃຫຍ່ບໍ່ທັນແຕກ ປະເພດ MK81 ນໍ້າໜັກ 250 ປອນ

ປະຊາຊົນ ບ້ານ ຫ້ວຍແປນ ເມືອງ ປາກອູ ແຂວງ ຫຼວງພະບາງໄດ້ພົບເຫັນລະເບີດໃຫຍ່ ປະເພດ MK81 ນໍ້າໜັກ 250 ປອນ (113 ກິໂລກຣາມ) ບໍ່ທັນແຕກຕົກຄ້າງສະໄໝສົງຄາມ ຊຶ່ງເຈົ້າຂອງທີ່ດິນໄດ້ຈ້າງລົດຈົກ ມາຂຸດດິນເພື່ອກະກຽມພື້ນທີ່ປຸກສ້າງເຮືອນ, ໃນລະຫວ່າງການຂຸດຈົກນັ້ນຈຶ່ງໄດ້ພົບເຫັນລະເບີດດັ່ງກ່າວ.

ປັດຈຸບັນ, ວິຊາການຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ໄດ້ເຄື່ອນຍ້າຍລະເບີດດັ່ງກ່າວອອກຈາກເຂດພື້ນທີ່ກໍ່ສ້າງໄປສະໜາມທໍາລາຍສະເພາະ ຢູ່ ເມືອງ ນໍ້າບາກ ເປັນທີ່ຮຽບຮ້ອຍແລ້ວ.

ທີ່ມາ: ໂຄງການເກັບກູ້ລະເບີດແຫ່ງຊາດ

Related Articles

Leave a Reply