ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ແຈ້ງໃຫ້ຮູ້ໃນ ວັນທີ19 ກໍລະກົດວ່າ: ໄດ້ພົບແລ້ວສົບເດັກນ້ອຍທີ່ຈົມນໍ້າໃນວັນທີ 17 ກໍລະກົດທີ່ຜ່ານມາ ຢູ່ ເຂດທ່ານໍ້າບ້ານທ່າຈຳປາ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ການພົບສົບດັ່ງກ່າວແມ່ນເວລາປະມານ 8 ໂມງ 20 ນາທີ ຂອງມື້ວານນີ້ ຫຼັງຈາກທີ່ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ໄດ້ສົມທົບກັບອຳນາດການປົກຄອງບ້ານປາກຊາບໃຫມ່ແລະ ຄອບຄົວ ຄົ້ນຫາເດັກນ້ອຍທີ່ຈົມນໍ້າເປັນມື້ທີສອງ, ຊຶ່ງພົບສົບຫ່າງຈາກຈຸດເກີດເຫດປະມານ 10 ກິໂລແມັດ. ເດັກນ້ອຍຜູ້ເຄາະຮ້າຍ ເປັນເພດຊາຍ ອາຍຸປະມານ 8 ປີ, ປະຊາຊົນຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
ຂ່າວ: ວຽງຈັນທາຍ
ພາບ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ

