ພຽງ 6 ປີ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ

ພຽງ 6 ປີ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ

ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໂດດເດັ່ນໃນການຫຼຸດຜ່ອນຄວາມທຸກຍາກໃນໄລຍະເວລາ 25 ປີຜ່ານມາ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ, ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019, ຂໍ້ມູນດັ່ງກ່າວ ໄດ້ຖືກລາຍງານຢູ່ ກອງປະຊຸມ ເຜີຍແຜ່ບົດລາຍງານ ຄວາມທຸກຍາກຂອງ ສປປ ລາວ  ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖິຕິໂລກ, ວັນທີ 20 ຕຸລາ 2020 ຄົບຮອບ 10 ປີ ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ 2020 ທີ່ ນະຄອນຫຼວງວຽງຈັນ.
ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ໂດຍພື້ນຖານແລ້ວແມ່ນອີງໃສ່ ການສຳຫຼວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS), ທີ່ດຳເນີນໃນຂອບເຂດທົ່ວປະເທດໃນລະຫວ່າງປີ 2018-19. ບົດລາຍງານດັ່ງກ່າວ ໄດ້ເລີ່ມຕົ້ນເຮັດພ້ອມກັບບົດປະເມີນຄວາມທຸກຍາກປີ 2020: ບົດຄວາມ Catching Up and Falling Behind, ເຊິ່ງເປັນບົດທີ່ວິເຄາະຂໍ້ມູນການສຳຫຼວດຢ່າງລະອຽດ ແລະ ສຳຫຼວດເບິ່ງປັດໄຈຕ່າງໆ ທີ່ຢູ່ເບື້ອງຫຼັງບັນຫາທີ່ເກີດຂື້ນດັ່ງກ່າວ. ຂໍ້ມູນທີ່ໄດ້ຈາກ LECS ສະແດງໃຫ້ເຫັນວ່າ ອັດຕາຄວາມທຸກຍາກແຫ່ງຊາດລາວ ທີ່ຫຼຸດລົງ 6.3% ໃຊ້ເວລາຫຼາຍກວ່າ 6 ປີ, ນັບຈາກ 24.6% ໃນປີ 2013 ເປັນ 18.3% ນປີ 2019. ໝາຍຄວາມວ່າ, ເກືອບຫ້າສ່ວນຂອງປະຊາຊົນລາວແມ່ນຍັງອາໄສຢູ່ໃນລະດັບລາຍຮັບຕໍ່າກວ່າລະດັບອັດຕາຄວາມທຸກຍາກແຫ່ງຊາດ 9,364 ກີບ (US$1) ຕໍ່ມື້.
ການເພີ່ມຂຶ້ນຂອງລາຍຮັບຈາກກະສິກຳ ແລະ ການສົ່ງເງິນຈາກແຮງງານຢູ່ຕ່າງປະເທດ ໄດ້ມີສ່ວນຊ່ວຍໃຫ້ປະຊາຊົນຢູ່ເຂດຕ່າງໆ ຂອງປະເທດ ຫຼຸດພົ້ນອອກຈາກຄວາມທຸກຍາກ, ເຂດຊົນນະບົດ ໄດ້ຫຼຸດຜ່ອນຊ່ອງຫວ່າງກັບເຂດຕົວເມືອງ, ເຊິ່ງລະດັບຄວາມທຸກຍາກໄດ້ຫຼຸດລົງບໍ່ໄວປານໃດ.

ຂ່າວ-ພາບ: ວຽງດາວັນ

Related Articles

Leave a Reply