ພໍ່ຕູ້ພວງທີ່ຫຼົງເຂົ້າປ່າໃນເວລາໄປທ່ຽວຢູ່ນໍ້າ ປຽນຢໍລະປາ ຍັງບໍ່ຮູ້ຊາຕາກໍາ

ພໍ່ຕູ້ພວງທີ່ຫຼົງເຂົ້າປ່າໃນເວລາໄປທ່ຽວຢູ່ນໍ້າ ປຽນຢໍລະປາ ຍັງບໍ່ຮູ້ຊາຕາກໍາ

ເປັນເວລາ 4 ວັນແລ້ວ ນັບແຕ່ວັນທີ 3-6 ຕຸລາ ທີ່ທີມງານນໍ້າປຽນ ຢໍລະປາ, ປກສ ເມືອງປາກງື່ມ ແລະ ປະຊາຊົນໄດ້ພາກັນອອກຊອກຫາ ແລະ ຄົ້ນຫາ ພໍ່ຕູ້ພວງ ອາຍຸ 95 ປີ ທີ່ຍ່າງຫຼົງປ່າໃນເວລາໄປທ່ຽວກັບລູກຫຼານຢູ່ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ ຢູ່ບ້ານຊຽງແລທ່າ ເມືອງປາກງຶ່ມ ນະຄອນຫຼວງວຽງຈັນ ( ພູເຂົາຄວາຍ ) ໃນວັນທີ 3 ຕຸລາທີ່ຜ່ານມາ ເວລາ 14 ໂມງ 00.

 ນາງມີທີ່ເປັນຫຼານຂອງພໍ່ຕູ້ພວງໄດ້ກ່າວຕໍ່ທີມງານ ວຽງຈັນທາຍ ມື້ເຊົ້າວັນທີ 6 ຕຸລາ 2020 ນີ້ວ່າ: ມື້ນີ້ກໍາລັງກຽມກໍາລັງເຈົ້າໜ້າທີ່ຈາກນະຄອນຫຼວງວຽງຈັນເຂົ້າສົມທົບກັບທີມງານເມືອງປາກງື່ມ, ທີມງານນໍ້າປຽນຢໍລະປາ ເພື່ອຊອກຫາ-ຄົ້ນຫາພໍ່ຕູ້ພວງຊຶ່ງຄາດວ່າຈະພົບເຫັນໃນໄວໆນີ້. ໃນມື້ທີ່ພໍ່ຕູ້ໄດ້ຢ່າງຫຼົງປ່າ ແມ່ນໄດ້ປະລາວໄວ້ກັບຫຼານ ໜຶ່ງຄົນຊຶ່ງມີອາຍຸ 8 ປີ ໄວ້ຢູ່ເບື້ອງລູ່ມ ສ່ວນພໍ່ແມ່ ຫຼື ລູກເຕົ້າແມ່ນໄດ້ຍ່າງຂຶ້ນເທິງເພື່ອຍ່າງທ່ຽວຊົມແຫຼ່ງທ່ອງທ່ຽວຕາມຈຸດຕ່າງໆຂອງນໍ້າປຽນຢໍລະປາ ແຕ່ເມື່ອກັບລົງມາ ແມ່ນບໍ່ເຫັນພໍ່ຕູ້ ແລະ ໄດ້ສອບຖາມຫຼານ ຊຶ່ງຫຼານໄດ້ບອກວ່າພໍ່ຕູ້ໄດ້ຍ່າງເຂົ້າປ່າ ຈົນຮອດປັດຈຸບັນຍັງບໍ່ພົບພໍ່ຕູ້ເທື່ອ. ທ່ານໃດພົບເຫັນພໍ່ຕູ້ພວງ ຕາມຮູບ ສາມາດແຈ້ງໄປທີ່ເບີ 020 55696948

ຂ່າວ: ວຽງຈັນທາຍ 

Related Articles

Leave a Reply