ມຊ ຈະເລີ່ມເປີດການຮຽນ-ການສອນ ໃນວັນທີ 12 ຕຸລາ 2020

ມຊ ຈະເລີ່ມເປີດການຮຽນ-ການສອນ ໃນວັນທີ 12 ຕຸລາ 2020

ສົກຮຽນປີ 2020-2021 ນີ້, ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈະຮັບນັກຮຽນພຽງແຕ່ 9.000 ກວ່າຄົນເທົ່ານັ້ນ ລວມທັງນັກສຶກສາໃນແຜນ ແລະ ລະບົບຕໍ່ເນື່ອງ ໃນລະບົບປະລິນຍາຕີ ຊຶ່ງມີທັງໝົດ 107 ສາຂາ, ລະບົບອະນຸປະລິນຍາ 4 ສາຂາ ເຊິ່ງນອນຢູ່ໃນ 13 ຄະນະ ແລະ ຈະເລີ່ມເປີດການຮຽນ-ການສອນຊັ້ນຮຽນປີທີ 1 ໃນວັນທີ 12 ຕຸລາທີ່ຈະມາເຖິງນີ້.
ການສອບເສັງຄັດເລືອກນັກສຶກສາເຂົ້າຮຽນໃນສົກສຶກສາ 2020-2021 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ໂດຍມີສູນສອບເສັງໃຫ່ຍທີ່ ມຊ ໂດຍ ມີນັກສຶກສາມາສອບເສັງຫຼາຍກວ່າ 14.300 ຄົນ ໂດຍຈະຮັບເອົາພຽງ 9.000 ກວ່າຄົນເທົ່ານັ້ນ, ຄະນະອັກສອນສາດ (ສາຍພາສາຈີນ, ພາສາອັງກິດ), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ສາຍວິຊາບໍລິຫານທຸລະກິດ, ການເງິນການທະນາຄານ ແລະ ການບັນຊີ) ເປັນຄະນະ ຫຼື ວິຊາທີ່ນັກຮຽນສົນໃຈເຂົ້າມາລົງທະບຽນສອບເສັງຫຼາຍກວ່າຄະນະວິຊາອື່ນ.
ຮອງອະທິການບໍດີ ມຊ ທ່ານ ດຣ ຄໍາຜົງ ນາມມະວົງມີໄຊ ໄດ້ກ່າວວ່າ: ເພື່ອຮັກສາຄວາມໂປ່ງໃສ່ ໃນການສອບເສັງ, ມຊ ໄດ້ມີນິຕິກຳແຕ່ລະຂັ້ນຕອນ ໃນການກະກຽມ, ຈັດຕັ້ງສອບເສັງ ແລະ ກວດກາຕ່າງໆ, ໄດ້ນຳໃຊ້ລະບົບດີຈິຕອນ ຫລື ລະບົບຄອມພິວເຕີ ເຂົ້າໃນການກວດບົດສອບເສັງ ແລະ ສັບຊ້ອນ ປະກາດຜົນການສອບເສັງ. ພ້ອມດຽວກັນນັ້ນ, ມຊ ກໍຍັງໄດ້ກຽມຄວາມພ້ອມ ເພື່ອຄວບຄຸມ ແລະ ປ້ອງກັນການລະບາດຂອງ ພະ ຍາດ ໂຄວິດ-19 ທີ່ອາດຈະເກີດຂຶ້ນ ໂດຍການປະຕິ ບັດຕາມມາດຕະການຕ່າງໆທີ່ ທາງຄະນະສະເພາະກິດ ມຊ ວາງອອກ ເຊິ່ງໄດ້ກໍານົດໄລຍະຫ່າງ ຂອງ ຜູ້ເຂົ້າສອບເສັງ, ເຮັດບ່ອນລ້າງມືໃນແຕ່ລະຈຸດ, ມີເຈວ, ສະບູ ແລະ ເຫລົ້າ ໄວ້ລ້າງມື, ມີທີມແພດໝໍ, ແທກອຸນຫະພູມ, ແນະນໍາໃຫ້ພະນັກງານຄູ-ອາຈານ ແລະ ນັກສອບເສັງ ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ ແນໃສ່ສະກັດກັ້ນ ແລະ ຫຼີກເວັ້ນ ການຕິດ ເຊື້ອພະຍາດໂຄວິດ-19.

ຂ່າວ-ພາບ: ທະນູທອງ

Related Articles

Leave a Reply