ມາຮູ້ຈັກກັບສັດນໍາໂຊກ ກາຕຸນນົກແອ່ນ ໃນງານກິລາແຫ່ງຊາດຄັ້ງ​ທີ11 ທີ່ຈະຈັດໃນປີ 2021

ມາຮູ້ຈັກກັບສັດນໍາໂຊກ ກາຕຸນນົກແອ່ນ ໃນງານກິລາແຫ່ງຊາດຄັ້ງ​ທີ11 ທີ່ຈະຈັດໃນປີ 2021

ຄະນະນຳແຂວງ ຊຽງຂວາງ ໄດ້ກໍານົດເອົາ ກາຕຸນນົກແອ່ນ ເປັນສັດນໍາໂຊກ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ, ທີ່ໄດ້ຖືກໂຈະ ໄປຈັດໃນປີໜ້າ 2021, ຍ້ອນມີການລະບາດຂອງພະຍາດໂຄວິດ-19, ແຕ່ຍັງບໍ່ທັນກໍານົດເປັນທາງການ ວ່າ ມື້ໃດຈັດການແຂ່ງຂັນເທົ່ານັ້ນ.

ໂດຍຮູບແບບສັດນໍາໂຊກ ກາຕຸນນົກແອ່ນ ເປັນສັດປະເພດໜຶ່ງທີ່ມີຖິ່ນອາໄສຢູ່ແຂວງ ຊຽງຂວາງ ເປັນຈຳນວນຫຼວງຫຼາຍມາແຕ່ດຶກດຳບັນ ຈົນກາຍເປັນສັນຍາລັກໃນການຕົກແຕ່ງເອ້ບ້ານ, ເອ້ເມືອງ, ເປັນສັດທີ່ສວຍສົດງົດງາມ, ແຂງແຮງ, ອາດຫານ, ວ່ອງໄວ, ບໍ່ຢ້ານຕໍ່ພະຍຸລົມແດງ, ອົດທົນ, ມີສາຍຕາແຫຼມຄົມ, ມີຄວາມສາມັກຄີຢູ່ເປັນໝູ່, ເປັນຝຸງ, ເປັນສັດທີ່ມີຍົດສັກສູງສົ່ງ, ເປັນສັດຄູ່ບ້ານ ແລະ ຄູ່ເມືອງ ທັງມີຄ່ານິຍົມທີ່ເປັນເອກະລັກຂອງຊາວຊຽງຂວາງ ຕັ້ງແຕ່ກ່ອນຈົນເຖິງປະຈຸບັນ ເຊິ່ງຊາວຕ່າງແຂວງ ຫຼື ຕ່າງປະເທດກໍ່ໄດ້ມີຄວາມສົນໃຈເປັນພິເສດ. ສະນັ້ນຈຶ່ງໄດ້ຖືເອົານົກແອ່ນທີ່ມີຄວາມສຳຄັນ ໂດຍຕິດພັນກັບປະຫວັດສາດການດຳລົງຊິວິດຂອງຊາວແຂວງ ຊຽງຂວາງ ມາເປັນສັດນໍາໂຊກ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ.

ສະເພາະ ຮູບລັກສະນະຂອງສັດນໍາໂຊກ ກາຕຸນນົກແອ່ນ ແມ່ນມີໃບໜ້າຍິ້ມແຍ້ມແຈ່ມໃສ ຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນ, ແວວຕາສົດໃສຊື່ນຊົມ, ມີມາລະຍາດອ່ອນນ້ອມ, ທັດສະນະທ່າທີເຂັ້ມແຂງ, ອາດຫານ, ກ້າແກ່ນ ມືຂວາຖືິທວນໄຟສີນໍ້າເງິນ ທີ່ມີແປວໄຟສວຍງາມ ສະງ່າຜ່າເຜີຍ, ສວມໃສ່ເສື້ອສີແດງກໍ່າ ໝາຍເຖິງຄວາມພິລະອາດຫານ, ຄວາມອົງອາດກ້າແກ່ນ ໃນສະໝໍລະພູມ, ຍອມເສຍສະຫຼະເລືອດເນື້ອເພື່ອຊາດ ເພື່ອປະຊາຊົນຂອງແຂວງ ຊຽງຂວາງ ສົ້ງແພນໍ້ານິນສີນໍ້າຫ້ອມ ໝາຍເຖິງເອກະລັກຂອງຊາວແຂວງ ຊຽງຂວາງ ທີ່ມີຄວາມດຸໝັ່ນໃນການຜະລິດແຜ່ນແພ ແລະ ຍ້ອມດ້ວຍສີທໍາມະຊາດ ເພື່ອນໍາມາເປັນເຄື່ອງນຸ່ງຫົ່ມ, ປາຍຕີນນົກຢືນຢູ່ໃນທ່າກຽມພ້ອມສູ່ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply