ຄະນະນຳແຂວງ ຊຽງຂວາງ ໄດ້ກໍານົດເອົານົກແອ່ນເປັນສັດ ນໍາໂຊກໂດຍເຮັດເປັນຮູບກະຕູນ, ຜະລິດເປັນຂອງທີ່ລະລຶກ ແລະ ເປັນຂອງຂວັນຢູ່ໃນງາມມະຫາກໍາ ກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ໄດ້ຮັບກຽດ ເປັນເຈົ້າພາບ ໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020.
ໂດຍຮູບແບບສັດນໍາໂຊກນົກ ແອ່ນເປັນສັດປະເພດໜຶ່ງທີ່ມີ ຖິ່ນອາໄສຢູ່ແຂວງ ຊຽງຂວາງ ເປັນຈຳນວນຫຼວງຫຼາຍມາແຕ່ດຶກດຳບັນ ຈົນກາຍເປັນສັນຍາລັກ ໃນການຕົບແຕ່ງເອ້ບ້ານ, ເອ້ເມືອງ, ເປັນສັດທີ່ສວຍສົດ ງົດງາມ, ແຂງແຮງ, ອາດຫານ, ວ່ອງໄວ, ບໍ່ຢ້ານຕໍ່ພະຍຸລົມແດງ, ອົດທົນ, ມີສາຍຕາແຫຼມຄົມ, ມີຄວາມສາມັກຄີຢູ່ເປັນໝູ່, ເປັນຝຸງ, ເປັນສັດທີ່ມີຍົດສັກ ສູງສົ່ງ, ເປັນສັດຄູ່ບ້ານ ແລະ ຄູ່ ເມືອງ ທັງມີຄ່ານິຍົມທີ່ເປັນເອກະ ລັກຂອງຊາວຊຽງຂວາງ ຕັ້ງແຕ່ ກ່ອນຈົນເຖິງປະຈຸບັນ ເຊິ່ງຊາວ ຕ່າງແຂວງ ຫຼື ຕ່າງປະເທດ ກໍ່ໄດ້ ມີຄວາມສົນໃຈເປັນພິເສດ. ສະນັ້ນຈຶ່ງໄດ້ຖືເອົານົກແອ່ນທີ່ມີ ຄວາມສຳຄັນ ໂດຍຕິດພັນກັບ ປະຫວັດສາດການດຳລົງຊິວິດ ຂອງ ຊາວແຂວງ ຊຽງຂວາງ ມາເປັນສັດນໍາໂຊກ ໃນງານມະ ຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ.
ສະເພາະ ຮູບລັກສະນະຂອງສັດ ນໍາໂຊກຮູບນົກແອ່ນ ແມ່ນມີໃບ ໜ້າຍິ້ມແຍ້ມແຈ່ມໃສຕ້ອນຮັບ ແຂກຕ່າງດ້າວທ້າວຕ່າງແດນ, ແວວຕາສົດໃສຊື່ນຊົມ, ມີມາ ລະຍາດອ່ອນນ້ອມ, ທັດສະນະ ທ່າທີເຂັ້ມແຮງ, ອາດຫານ, ກ້າ ແກ່ນມືຂວາ ຖືທວນໄຟສີນໍ້າເງິນ ທີ່ມີແປວໄຟສວຍງາມສະຫງ່າຜ່າເຜີຍ, ສວມໃສ່ເສື້ອສີແດງກໍ່າ ໝາຍເຖິງຄວາມພິລະອາດຫານ, ຄວາມອົງອາດກ້າແກ່ນໃນສະ ໝໍລະພູມ, ຍອມເສຍສະຫຼະ ເລືອດເນື້ອເພື່ອຊາດ ເພື່ອປະ ຊາຊົນຂອງແຂວງ ຊຽງຂວາງ ໂສ້ງແພນໍ້ານິນສີ ນໍ້າຫ້ອມ ໝາຍ ເຖິງເອກະລັກ ຂອງຊາວແຂວງ ຊຽງຂວາງ ທີ່ມີຄວາມດຸໝັ້ນໃນ ການຜະລິດ ແຜ່ນແພ ແລະ ຍ້ອມດ້ວຍສີທໍາມະຊາດ ເພື່ອນໍາມາເປັນເຄື່ອງນຸ່ງຫົ່ມ ປາຍຕີນນົກຢືນຢູ່ໃນທ່າກຽມ ພ້ອມສູ່ງານມະຫາກໍາກິລາແຫ່ງ ຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ.
ຂ່າວ: ບົວຜັນ