ມາຮູ້ຈັກແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຢູ່ແຂວງຄໍາມ່ວນ

ມາຮູ້ຈັກແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຢູ່ແຂວງຄໍາມ່ວນ

ແຂວງຄໍາມ່ວນເປັນແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ຫຼື ອາດເວົ້າໄດ້ວ່າມີແຫຼ່ງທ່ອງທ່ຽວຫຼາຍກ່ວາແຂວງອື່ນເພາະຍັງມີແຫຼ່ງທ່ອງທ່ຽວອີກຈໍານວນຫຼາຍທີ່ຍັງບໍ່ທັນໄດ້ເປີດບໍລິການ.

ມື້ນີ້ມາຮູ້ຈັກກັບແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຢູ່ແຂວງຄໍາມ່ວນເພື່ອເປັນການແນະນໍາ ຫຼື ເປັນການເຍືອງທາງໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ລວມມີເບີ່ງເຮືອໃຫຍ່ນາກາຍ, ໂພສິທ່າລັ່ງ, ຕາດສຽງລື, ຖໍ້ານໍ້າລອດເຊບັ້ງໄຟ, ພູຜາໝ່ານ, ຜາກະຕ່າຍ, ຖໍ້າກອງລໍ, ຖໍ້າໜອງປາເຊືອມ, ພຣະທາດສີໂຄດຕະບອງ, ຖໍ້ານາງແອ່ນ, ເຮືອນລາວບູຮານ, ຂຸມນໍ້າຄໍາດິບ, ຫ້ວຍນໍ້າໃສ, ຊົມທໍາມະຊາດ ຫຼື ວິວນໍ້າເທີນ, ຊັນເຊັດຣິສອດ, ຂີ່ລົດລຽບເຂື່ອນຢູ່ຍົມມະລາດ, ຫິນແກະສະຫຼັກ, ກໍາແພງຍັກ ແລະ ແຄມຂອງທ່າແຂກ, ທ່າຝຣັ່ງ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: Mini Thips

Related Articles

Leave a Reply