ມີຜູ້ເສຍຊີວິດເຖິງ 74​ ຄົນ ຈາກອຸບັດເຫດໃນ ເດືອນ​ທີ່ຜ່ານມາ

ມີຜູ້ເສຍຊີວິດເຖິງ 74​ ຄົນ ຈາກອຸບັດເຫດໃນ ເດືອນ​ທີ່ຜ່ານມາ

ໃນໄລຍະເດືອນ​ເມສາ​ 2026 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 74​​ ຄົນ, ມີຜູ້ບາດເຈັບ 936 ຄົນ, ພາຫະນະ​ເປ່ເພ​ 1,062 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 593 ຄັ້ງ ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນມີນາ2026 ຫຼຸດລົງ​ 3 ຄົນ ຊຶ່ງມີຜູ້ເສຍຊີວິດ 71 ຄົນ.

ອີງຕາມຂໍ້ມູນ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນເມສາ​ 2026 ທີ່ຜ່ານມາ ຂອງກົມ​ຕຳ­ຫຼວດ​ຈະລາຈອນ ​ວ່າ: ສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່  ໂດຍສະເພາະຂັບ​ຂີ່​ໄວ​ເກີນ​ກຳ­ນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ ແລະ ອຸບັດເຫດ ແມ່ນເກີດຂຶ້ນໃນກຸ່ມອາຊີບກໍາມະກອນສູງກວ່າໝູ່.

ຕໍ່ສະພາບການເກີດອຸບັດເຫດ ດັ່ງກ່າວ, ຂໍໃຫ້​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະ­ໜົນ​ຕ້ອງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ທາງ­ບົກ​ໃຫ້​ເຄັ່ງ​ຄັດ ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ເຊັ່ນ: ເມົາ​ແລ້ວ​ຫ້າມ​ຂັບ ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ​ທຸກ​ຄັ້ງ ແລະ ກວດ­ກາ​ສະ­ພາບ​ລົດ​ໃຫ້​ມີ​ຄວາມ​ພ້ອມ ແລ້ວ​ຈຶ່ງ​ອອກ​ເດີນ­ທາງ ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ມັນ​ຈຶ່ງ​ຈະ​ຫຼຸດ​ລົງ.

​ທີ່ມາ: ກົມຕຳຫຼວດຈະລາຈອນ

Related Articles

Leave a Reply