ງານວາງສະແດງສິນຄ້າລາວ – ຫວຽດນາມ ປະຈໍາປີ 2026 (VIET-LAOEXPO 2026) ມີຫົວໜ່ວຍທຸລະກິດເຂົ້າຮ່ວມງານໃນຄັ້ງທັງໝົດ 250 ຫ້ອງ ໃນນີ້, ມີບໍລິສັດ ເຂົ້າຮ່ວມທັງໝົດ 140 ບໍລິສັດ, ປະເພດສິນຄ້າທີ່ນໍາເຂົ້າຮ່ວມວາງສະແດງປະກອບມີປະເພດສິນຄ້າ ກະສິກໍາປຸງແຕ່ງ, ເຄື່ອງຫັດຖະກຳແຜ່ນແພໄໝ-ຜ້າ ແລະ ເຄື່ອງຕັດຫຍິບ, ອາຫານ ແລະ ເຄື່ອງດື່ມ, ເຄື່ອງເຟີນີເຈີ, ສິນຄ້າໂອດັອບ, ເຄື່ອງໃຊ້ການແພດ, ທາດເຄມີ, ຝຸ່ນ, ການຢາ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ.
ງານດັ່ງກ່າວຈັດໂດຍກົມການຄ້າຕ່າງປະເທດກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ສປປ ລາວ ຮ່ວມ ກັບກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ໃນລະຫວ່າງວັນທີ 16-20 ກໍລະກົດ 2026 ນີ້ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ)

