ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາລົງທຶນດ້ານກະສິກໍາຢູ່ແຂວງບໍລິຄໍາໄຊເປັນຈໍານວນ ຫຼາຍຊຶ່ງຮອດປັດຈຸບັນນີ້ມີ 16 ບໍລິສັດ, ໃນນີ້ມີ 6 ບໍລິສັດທີ່ລົງທຶນການປູກກ້ວຍ ໃນເນື້ອທີ່ 1.860 ເຮັກຕາ, ປູກຖົ່ວລຽນ 1 ບໍລິສັດ ໃນເນື້ອທີ່ 130 ເຮັກຕາ, ປູກໝາກມ່ວງ 3 ບໍລິສັດ ຈໍານວນ 1.373 ເຮັກ ຕາ, ປູກໝາກກ້ຽງ 3 ບໍລິສັດ ຈໍານວນ 342 ເຮັກຕາ ແລະ ສົ່ງເສີມການປູກ ແລະ ເກັບຊື້ມັນຕົ້ນ 3 ໂຮງງານ ແລະ ຍັງມີ 44 ບໍລິສັດທີ່ເກັບຊື້ສິນຄ້າກະສິກໍາທົ່ວໄປ ແລະ ມີໂຮງງານປຸງແຕ່ງຢາງພາລາ 3 ໂຮງງານ.
ທ່ານ ດາລາພອນ ພົນສະຫວັດດີ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄຳໄຊ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ບໍລິສັດສ່ວນໃຫຍ່ທີ່ມາລົງທຶນດ້ານກະສິກໍາຢູ່ແຂວງບໍລິຄໍາໄຊແມ່ນບໍລິສັດຈີນ ຊຶ່ງມີຮູບແບບການເນັ້ນໜັກໃສ່ຮູບແບບສົ່ງເສີມການລົງທຶນ 1+2+3 (ລັດ ກໍຄື ອົງການປົກຄອງແຂວງຄຸ້ມຄອງ, ປະຊາຊົນ ເປັນດິນ ແລະ ແຮງງານ, ບໍລິສັດເປັນຕົ້ນທຶນ, ເຕັກນິກ ແລະ ຕະຫຼາດຈໍາໜ່າຍ), ນັກລົງທຶນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມກົດໝາຍ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນວາງອອກໄດ້ດີ ໂດຍສະເພາະການໃຊ້ສານເຄມີເຂົ້າໃນການປູກ ແມ່ນສາມາດຄວບຄຸມໄດ້ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມອ້ອມຂ້າງ.
ຂ່າວ-ພາບ: ບຸນຕຽງ ຈັນທະວົງ

