ກະຊວງພະລັງງານ ແລະ ບໍ່ແຮ່ ແຈ້ງໃຫ້ຮູ້ວ່າ: ຮອດປັດຈຸບັນລັດຖະບານລາວໄດ້ອະນຸຍາດໃຫ້ບໍລິສັດລົງທຶນພາຍໃນ ແລະ ຕ່າງປະເທດ ລົງທຶນກ່ຽວກັບທໍລະນີສາດ ແລະ ບໍ່ແຮ່ແລ້ວ ມີທັງໝົດ 214 ບໍລິສັດ ລວມມີ 319 ກິດຈະການ, ຊຶ່ງຢູ່ໃນຂັ້ນຕອນການຊອກຄົ້ນ ຈໍານວນ 21 ບໍລິສັດ ປະກອບມີ 28 ກິດຈະການ, ຢູ່ໃນຂັ້ນຕອນການສໍາຫຼວດ ຈໍານວນ 70 ບໍລິສັດ ປະກອບມີ 83 ກິດຈະການ ແລະ ຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ ຈໍານວນ 43 ບໍລິສັດ ປະກອບມີ 67 ກິດຈະການ, ຢູ່ໃນຂັ້ນຕອນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີຈໍານວນທັງໝົດ 80 ບໍລິສັດ ປະກອບມີ 141 ກິດຈະການ. ໂຄງການດ້ານແຮ່ທາດທີ່ໄດ້ຮັບອະນຸຍາດຂຸດຄົ້ນມີເນື້ອທີ່ທັງໝົດ: 7.281.047,42 ເຮັກຕາ ກວມ 30,75% ຂອງເນື້ອທີ່ປະເທດ.
ກະຊວງພະລັງງານ ແລະ ບໍ່ແຮ່ ແຈ້ງໃຫ້ຮູ້ຕື່ມອີກວ່າ: ສປປ ລາວເປັນປະເທດ ທີ່ມີທ່າແຮງທາງດ້ານຊັບພະຍາກອນແຮ່ທາດ ຊຶ່ງມາຮອດປັດ ຈຸບັນສາມາດຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ 162.104 ກິໂລຕາແມັດ ເທົ່າ ກັບ 68.46% ຂອງເນື້ອທີ່ທົ່ວປະເທດ; ຊຶ່ງປະກອບດ້ວຍ: ຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ, ເກືອກິນ, ເກືອໂປຕັດສ໌, ຊືນ, ສັງກະສີ, ມັງການ, ຫີນປູນ, ຫີນໂດໂລໄມ, ບາລິດ ແລະ ອື່ນໆ.
ຂໍ້ມູນ: Lao National Radio