ມື້ດຽວ ຕິດເຊື້ອໄຂ້ຍຸງລາຍເພີ່ມ 75 ກໍລະນີ

ມື້ດຽວ ຕິດເຊື້ອໄຂ້ຍຸງລາຍເພີ່ມ 75 ກໍລະນີ

ປະຈຸບັນ, ພະຍາດໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ, ໂດຍສະເພາະ ໃນ ວັນທີ 9 ມີຖຸນາ 2020 ພຽງແຕ່ມື້ດຽວມີຜູ້ຕິດເຊື້ອໄຂ້ຍຸງເພີ່ມເຖິງ 75 ກໍລະນີ ໃນທົ່ວປະເທດ.

ອີງຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ທ້າຍປີ 2019 ຫາ ວັນທີ 9 ກໍລະກົດ 2020 ມີກໍລະນີ ສະສົມຄົນເຈັບພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນທັງໝົດ 2.736 ກໍລະນີ ແຕ່ກໍລະນີເສຍຊີວິດ ຍັງບໍ່ເພີ່ມ ຍັງຢູ່ 08 ຄົນ (ນະຄອນຫຼວງວຽງຈັນ 03 ຄົນ, ແຂວງ ບໍລິຄຳໄຊ 02, ຊຽງຂວາງ 01, ໄຊຍະບູລີ 01 ຄົນ, ແລະ ຄຳມ່ວນ 01 ຄົນ).

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 625 ກໍລະນີ, ແຂວງ ວຽງຈັນ 335 ກໍລະນີ, ບໍລິຄຳໄຊ 339 ກໍລະນີ, ອັດຕະປື 238 ກໍລະນີ ແລະ ແຂວງອື່ນໆ.

ຕໍ່ສະພາບການແຜ່ລະບາດດັ່ງກ່າວ, ທຸກຄົນ ຕ້ອງພ້ອມກັນປະຕິບັດຄຳຂັວນທີ່ວ່າ : ບໍ່ມີໜອນນ້ຳຍຸງລາຍ ກໍບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ, ພ້ອມນັ້ນ ຕ້ອງປະຕິບັດ 5 ປ ຢ່າງເຄັ່ງຄັດ ແລະ ໃຫ້ເປັນປະຈຳ ຈຶ່ງຈະສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply