ມື້ອື່ນເປັນມື້ປະຕິບັດມາດຕະການຜ່ອນຜັນ, ແຕ່ການປ້ອງກັນຕ້ອງໄດ້ສືບຕໍ່

ມື້ອື່ນເປັນມື້ປະຕິບັດມາດຕະການຜ່ອນຜັນ, ແຕ່ການປ້ອງກັນຕ້ອງໄດ້ສືບຕໍ່

ມື້ອື່ນ ເປັນມື້ທໍາອິດໃນການປະຕິບັດມາດຕະການຜ່ອນຜັນ, ແຕ່ທຸກຄົນຕ້ອງສືບຕໍ່ປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ ໃຫ້ຖືກຕ້ອງ ເພື່ອຫຼີກເວັ້ນຄວາມສ່ຽງຕໍ່ການຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.

ຄະນະສະເພາະກິດ ໄດ້ແຈ້ງໃຫ້ຊາບວ່າ ມາດຕະການຜ່ອນຜັນນີ້ ແມ່ນມາດຕະການຊົ່ວຄາວ ເຊິ່ງຈະຈັດຕັ້ງປະຕິບັດນັບແຕ່ວັນທີ 4 ຫາວັນທີ 17 ພຶດສະພາ 2020 ສະນັ້ນຮຽກຮ້ອງໃຫ້ທຸກຄົນຈົ່ງເປັນເຈົ້າການໃນການປະຕິບັດບັນດາຄໍາແນະນໍາໃຫ້ຖືກຕ້ອງເຊັ່ນ ວັດແທກອຸນຫະພູມຮ່າງກາຍ ຖ້າຫາກເຫັນວ່າອຸນຫະພູມສູງກວ່າ 37.5 ອົງສາ ໃຫ້ໂທຫາສາຍດ່ວນ 165 ຫຼື 166​ ເພື່ອຂໍຄໍາປຶກສາ. ຕ້ອງລ້າງມືດ້ວຍສະບູ, ເຈວລ້າງມື ຫຼື ເຫຼົ້າຂ້າເຊື້ອ ກະກຽມໄວ້ ພ້ອມທັງໃສ່ຜ້າອັດປາກ-ດັງ ແລະ ຮັກສາໄລຍະຫ່າງກັນ 1 ແມັດ ຂຶ້ນໄປ. ສະຖານທີ່ຕ້ອງມີອາກາດຖ່າຍເທດີ ແລະ ບໍ່ແອອັດ.

ໃນໂອກາດໄດ້ຖະແຫຼງຕໍ່ສື່ມວນຊົນ ໃນຕອນບ່າຍມື້ນີ້ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ກໍ່ແຈ້ງໃຫ້ຊາບຕື່ມວ່າ ສປປ ລາວ ເຫັນວ່າ 21 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອໃໝ່ (ເລີ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ). ໃນຈໍານວນຜູ້ຕິດເຊື້ອທັງໝົດ 19 ຄົນ ກໍ່ໄດ້ອອກໂຮງໝໍແລ້ວ 10 ຄົນ ແລະ ຍັງເຫຼືອ 9 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດ ໃນນີ້ໄດ້ຮັບຄົນເຈັບເກົ່າເຂົ້າມາຕິດຕາມອາການ 1 ຄົນ. ລວມມີ 10 ຄົນຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ.

ຮສ ດຣ. ພູທອນ ເມືອງປາກ ກ່າວຕື່ມອີກວ່າ ມື້ວານນີ້ກໍ່ໄດ້ຖະແຫຼງໄປແລ້ວ ຢ້ານວ່າ ມີຄວາມເຂົ້າໃຈຜິດ ສະເພາະຄົນເຈັບເກົ່າທີ່ກວດວິເຄາະພົບເຊື້ອ ພາຍຫຼັງອອກໂຮງໝໍໄປຈຳກັດບໍລິເວນຢູ່ເຮືອນ 14 ມື້ແລ້ວ ຖືວ່າຢູ່ຫຼາຍໆປະເທດກໍ່ມີລາຍງານເຊັ່ນດຽວກັນນີ້ ເຊິ່ງອາດຈະແມ່ນເຊື້ອທີ່ຕາຍແລ້ວ ບໍ່ສາມາດສົ່ງເຊື້ອຕໍ່ໃຫ້ຜູ້ອື່ນ ພວກເຮົາກໍ່ໄດ້ເກັບເອົາຕົວຢ່າງຄົນໃກ້ຊິດກັບຜູ້ກ່ຽວຈຳນວນ 3 ຄົນ ມາກວດວິເຄາະຫາເຊື້ອ ແຕ່ກໍ່ບໍ່ພົບເຊື້ອ. ເຖິງສະພາບການລະບາດຜ່ອນຄາຍລົງຄືແນວນີ້ ແຕ່ພວກເຮົາກໍ່ບໍ່ໄດ້ປະໝາດ ແລະ ມີການເຝົ້າລະວັງຢ່າງໃກ້ຊິດ ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄືນຄັ້ງທີ 2.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply