ປະຈຸບັນຫຼາຍພາກສ່ວນແມ່ນກຳລັງກະກຽມຝຶກຊ້ອມ ແລະ ຄັດເລືອກເອົານັກກິລາແຕ່ ລະປະເພດທີ່ດີທີ່ສຸດເພື່ອເປັນຕົວແທນໃຫ້ ແກ່ແຂວງແລະອົງການຂອງຕົນໄປແຂ່ງຂັນຢູ່ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ຈະຈັດຂຶ້ນຢູ່ແຂວງ ຊຽງຂວາງ ໃນທ້າຍ ເດືອນມີນາ ປີ 2020.
ແຕ່ລະແຂວງແລະອົງການເຫຼົ່ານີ້ກໍ່ໄດ້ຕັ້ງເປົ້າສູ້ຊົນເພື່ອຈະຍາດເອົາຫຼຽນຄຳໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເອົາໄດ້ຕາມຄວາມສາມາດຂອງນັກກິລາທີ່ໄດ້ຄັດເລືອກໄປ.
ເມື່ອຄືແນວນັ້ນຈຶ່ງຄາດຫວັງວ່າຊຽງຂວາງ ເກມຈະມີຄວາມສະໜຸກສະໜານທີ່ສຸດໃນ ການ ແຂ່ງຂັນຊິງໄຊເອົາຫຼຽນຄຳ ແລະ ຫຼຽນ ຕ່າງໆ ເຊິ່ງສະແດງອອກໃນບໍ່ດົນມານີ້, ກະຊວງ ປ້ອງກັນຄວາມສະຫງົບ (ປກສ) ກໍ່ໄດ້ລາຍງານວ່າ ຈະຊິງເອົາຫຼຽນຄໍາໃຫ້ໄດ້ 10 ຫຼຽນ ຈາກ 10 ປະເພດກິລາ.
ທ່ານ ພັນເອກ ທອງເພັດ ມະນີສະຫວັນ ຫົວໜ້າກົມກິລາ ປກສ ໄດ້ກ່າວວ່າ ງານມະ ຫາກໍາກິລາແຫ່ງຊາດຄັ້ງນີ້ກະຊວງ ປກສ ຈະສົ່ງຄະນະຮັບຜິດຊອບ ແລະ ນັກກິລາເຂົ້າ ຮ່ວມທັງໝົດ 143 ຄົນ, ເປັນເພດຍິງ 40 ຄົນ ໃນນີ້ມີຄະນະຮັບຜິດຊອບຊີ້ນໍາລວມ 8 ທ່ານ, ຍິງ 1 ທ່ານ ອະນຸກໍາມະການດ້ານ ຕ່າງໆ 31 ທ່ານ, ຍິງ 8 ທ່ານ, ຄູຝຶກ ແລະ ນັກກິລາຈໍານວນ 105 ຄົນ, ຍິງ 22 ຄົນ ແລະ ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 10 ປະເພດ ຄື: ກິລາແລ່ນ-ລານ ຍິງ-ຊາຍ, ບານເຕະຊາຍ, ກະຕໍ້ຊາຍ, ເປຕັງ ຍິງ-ຊາຍ, ມວຍປັນຈັກສີລັດ ຍິງ-ຊາຍ, ມວຍສາກົນ ຍິງ-ຊາຍ, ມວຍລາວ ຍິງ-ຊາຍ, ເທຄວັນໂດ ຍິງ-ຊາຍ, ມວຍປໍ້າ ຊາຍ, ກິລາຍິງປືນ ຍິງ-ຊາຍ ແລະ ໄດ້ຕັ້ງເປົ້າໝາຍ ໃຫ້ໄດ້ຫຼຽນຄໍາປະມານ 10 ຫຼຽນ.
ໃນຂະນະທີ່ນະຄອນຫຼວງວຽງຈັນກໍ່ຕັ້ງເປົ້າ ໝາຍໂດຍຫວັງເປັນແຊມກິລາ ເປຕັງ ພາຍຫຼັງຈັດທີ່ໄດ້ຈັດການແຂ່ງຂັນກິລາຊິງຂັນ ປະທານເປຕັງນະຄອນຫຼວງເພື່ອກະກຽມ ນັກກິລາເຂົ້າຮ່ວມງານດັ່ງກ່າວ.
ນອກຈາກນີ້ຍັງມີຫຼາຍພາກສ່ວນ ໂດຍສະ ເພາະແມ່ນແຂວງຊຽງຂວາງເອງໄດ້ເລີ່ມ ຈັດການແຂ່ງຂັນໃນກິລາປະເພດຕ່າງໆເພື່ອຄັດເລືອກ ແລະ ຝຶກຊ້ອມ ກຽມພ້ອມເຂົ້າ ຮ່ວມຊິງໄຊໃນງານກິລາແຫ່ງຊາດໃນຄັ້ງນີ້.
ຂ່າວ: ວຽງຈັນທາຍ
ພາບ: ສອນໄຊ ພົງສະຫວາດ