ຣັດເຊຍມີຄວາມຕ້ອງການກາເຟລາວຈາກເຂດພູພຽງບໍລິເວນຈໍານວນຫຼາຍ

ຣັດເຊຍມີຄວາມຕ້ອງການກາເຟລາວຈາກເຂດພູພຽງບໍລິເວນຈໍານວນຫຼາຍ

ບໍລິສັດ ເອອີຊີ ການຄ້າຈຳກັດ ເປັນບໍລິສັດໜຶ່ງທີ່ສົ່ງອອກສິນຄ້າໄປຕ່າງປະເທດ ໂດຍສະເພາະກາເຟ ໄປປະເທດຣັດເຊຍ.

ທ່ານນາງ ຈຳປາທອງ ທະລົງແສງຈັນ ອຳນວຍການ ບໍລິສັດ ເອອີຊີ ການຄ້າຈຳກັດໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອມໍ່ໆມານີ້ເນື່ອງໃນໂອກາດທີ່ນໍາສິນຄ້າມາວາງສະແດງ ແລະ ຂາຍ ໃນງານເທສະການອາຫານລາວ ປະຈຳປີ 2026 ວ່າ: ສຳລັບດ້ານການສົ່ງອອກສິນຄ້າຂອງບໍລິສັດ ເອອີຊີ ໄດ້ເນັ້ນ ເຖິງທ່າແຮງຂອງ ກາເຟລາວ ໂດຍສະເພາະຈາກເຂດພູພຽງບໍລິເວນ (ປາກຊ່ອງ) ທີ່ກຳລັງເປັນທີ່ຕ້ອງການຢ່າງສູງໃນຕະຫຼາດຣັດເຊຍ ຊຶ່ງມີຄວາມ ຕ້ອງການເຖິງ 20 ຕູ້ຄອນເທນເນີຕໍ່ປີ. ນອກນັ້ນ ອັນພົ້ນເດັ່ນອີກຢ່າງໜຶ່ງທີ່ແມ່ນການເຊັນສັນ ຍາກັບຄູ່ຄ້າປະເທດຍີ່ປຸ່ນ ເພື່ອສ້າງໂຮງງານຄົ້ວກາເຟຂະໜາດໃຫຍ່ ທີ່ນຳ ໃຊ້ເຕັກໂນໂລຊີພະລັງງານໄຮໂດຣເຈນ (Hydrogen Energy) ເຊິ່ງການຂົ້ວ ກາເຟດ້ວຍພະລັງງານສະອາດນີ້ ຈະຊ່ວຍໃຫ້ກາເຟມີກິ່ນຫອມບໍລິສຸດ ໂດຍບໍ່ມີກິ່ນຄວັນໄຟລົບກວນ ແລະ ທີ່ສຳຄັນແມ່ນເປັນເງື່ອນໄຂໃຫ້ສິນຄ້າລາວ ໄດ້ຮັບການຍົກເວັ້ນພາສີໃນການສົ່ງອອກໄປຍັງສະຫະພາບເອີຣົບ (EU).

ທ່ານ ນາງ ຈຳປາທອງ ໄດ້ກ່າວຕື່ມວ່າ: ປັດຈຸບັນ ສປປ ລາວ ໄດ້ຫັນປ່ຽນ ຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລກາຍມາເປັນປະເທດທີ່ມີເຊື່ອມໂຍງ-ເຊື່ອມຈອດກັບບັນດາປະເທດຕ່າງໆດ້ວຍລົດໄຟຄວາມໄວສູງ ລາວ- ຈີນ. ຈາກ ລາວໄປຮອດຄຸນໝິງ ແລະ ຕໍ່ໄປເຖິງ ຣັດເຊຍ ໄດ້ຢ່າງສະດວກ ແລະ ວ່ອງໄວ ເປີດໂອກາດໃໝ່ໃຫ້ແກ່ນັກທຸ ລະກິດແມ່ຍິງລາວ ໃນການນຳ ເອົາຜະລິດຕະພັນຄຸນນະພາບສູ່ເວທີໂລກ.

ທີ່ມາແຫຼ່ງຂໍ້ມູນ: ຂປລ

Related Articles

Leave a Reply