ລັດຖະບານ ແຫ່ງສະຫະພັນ ຣັດເຊຍ ມອບພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວ ໃິຫ້ ສປປ ລາວ, ຊຶ່ງປະ ກອບມີ: ລົດຂຸດຂຸມຄອງຈໍານວນ 2 ຄັນ, ລົດສ້ອມແປງ (ບໍາລຸງຮັກສາ) ຈໍານວນ 2 ຄັນ, ລົດຕູ້ສ້ອມແປງ (ເຄື່ອນທີ່) ຈໍານວນ 2 ຄັນ, ລົດຈົກຕີນຢາງ ຈໍານວນ 1 ຄັນ, ເຮືອກາໂນ ຈໍານວນ 10 ລຳ, ລົດກວດມິນ ຈໍານວນ 2 ຄັນ, ຈັກໄຟຟ້າເຄື່ອນທີ່ 2 ເຄື່ອງ ແລະ ລົດຂຸດຂຸມຄອງ(M3-2) ຈໍານວນ 2 ຄັນ.
ສໍາລັບພາຫະນະດັ່ງກ່າວ ແມ່ນເປັນການປະກອບສ່ວນອັນສໍາຄັນໃນວຽກງານປ້ອງກັນຊາດ ຂອງກອງທັບປະຊາຊົນລາວ ເຂັ້ມແຂງຂື້ນຕື່ມ, ຊ່ວຍເຮັດໃຫ້ການປະຕິບັດໜ້າທີ່ປະສົບຜົນສໍາເລັດ, ລວມທັງການລາດຕະເວນຊາຍແດນ, ການສະກັດກັ້ນ ການເຄື່ອນໄຫວຜິດກົດໝາຍ ຮູບແບບຕ່າງໆ, ພ້ອມນັ້ນຍັງສາມາດຊ່ວຍຮັບປະກັນໃຫ້ແກ່ວຽກງານມະນຸດສະທຳ ແລະ ຮັກສາສັນຕິພາບ, ສາມາດນໍາໃຊ້ໃນການເກັບກູ້ລະເບີດ, ການກອບກູ້ໄພພິບັດທາງທໍາມະຊາດ ແລະ ການສະໜອງຄວາມຊ່ວຍເຫຼືອດ້ານມະນຸດສະທໍາໃຫ້ ແກ່ປະຊາຊົນໃນເຂດປະສົບໄພ ແລະ ອື່ນໆ.
ພິທີມອບ-ຮັບພາຫະນະດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ ລະຫວ່າງກະຊວງ ປ້ອງກັນປະເທດ ແຫ່ງສະຫະພັນ ຣັດເຊຍ ແລະ ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ, ສະຫາຍ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະນໍາ ແລະ ຜູ້ຕາງໜ້າຈາກສອງກະຊວງ ປ້ອງກັນປະເທດເຂົ້າຮ່ວມ.
ແຫຼ່ງຂໍ້ມູນ: ກອງທັບ

