ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວທີ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນບໍ່ດົນມານີ້ກ່ຽວກັບຫຼາຍວຽກງານຈຸດສຸມທີ່ລັດຖະບານຈະປະຕິບັດໃນລະຍະ 6 ເດືອນທ້າຍປີນີ້, ໂດຍສະເພາະການກວດສອບບັນດາໂຄງການລົງທຶນຂອງລັດ ແລະ ການແກ້ໄຂບັນຫາໜີ້ສິນວ່າ: ຈະສືບຕໍ່ກວດກາບັນດາໂຄງການລົງທຶນຂອງລັດທີ່ສໍາເລັດແລ້ວ ແລະ ຕໍ່ລອງມູນຄ່າໂຄງການຄືນໃໝ່ ( ໂຄງການທີ່ມີມູນຄ່າສູງກວ່າຄວາມເປັນຈິງ) ໃຫ້ຖຶກຕ້ອງກັບຄວາມເປັນຈິງ ແລະ ເປັນທໍາ ໃຫ້ສໍາເລັດ ຫຼື ເປັນຮູບປະທໍາໂດຍໄວ.
ສະເພາະບັນຫາການແກ້ໄຂໜີ້ສິນ, ທ່ານທອງລຸນ ໄດ້ກ່າວວ່າ: ລັດຖະບານຈະສືບຕໍ່ແກ້ໄຂໜີ້ສິນສາທາລະນະຢ່າງມີຍຸດທະສາດ ໂດຍນໍາໃຊ້ທັງມາດຕະການໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ເປັນຕົົ້ນຫຼຸດການຂາດດຸນງົບປະມານ, ຫັນໜີ້ເປັນທຶນ, ສໍາລັບໂຄງການທີ່ຈໍາເປັນກູູ້ຢືມຕ້ອງເຂັ້ມງວດ ໃນການປະເມີນ ປະສິດທິຜົນ ແລະ ມີຜົນຕອບແທນທາງດ້ານເສດຖະກິດແທ້, ປະເມີນຄວາມອາດສາມາດໃນການກູູ້ຢືມໄລຍະກາງ ແລະ ໄລຍະຍາວ, ບໍລິຫານໜີ້ສິນດ້ວຍຄວາມລະມັດລະວັງ ແລະ ປະເມີນຄວາມສ່ຽງທາງດ້ານອັດຕາແລກປ່ຽນ, ສະກຸນເງິນກູູ້ຢືມ, ຈໍານວນກູູ້ຢືມ ແລະ ໄລຍະເວລາການກູູ້ຢືມ, ພ້ອມທັງເສີ ມສ້າງຄວາມເຊື່ອໝັ້ນຂອງຕະຫຼາດ ຕໍ່ການບໍລິຫານໜີ້ສິນຂອງລັດ ແລະ ຫັນການບໍລິຫານໜີ້ສິນດ້ວຍລະບົບທັນສະໄໝ ເພືີ່ອຫຼຸດຜ່ອນຄວາມສ່ຽງທາງດ້ານໜີ້ສິນລົງ ເທືີ່ອລະກ້າວ, ຫຼຸດຜ່ອນ ການກູູ້ຢືມທີ່ບໍ່ສ້າງມູນຄ່າເພີ່ມ ແລະ ບໍ່ມີຜົນຕອບແທນທາງດ້ານເສດຖະກິດ ດ້ວຍການຈໍາກັດໂຄງການໃໝ່ທີ່ບໍ່ມີຜົນຕອບ ແທນທາງດ້ານເສດຖະກິດ ທັງເປັນການຫຼຸດຜ່ອນການສ້າງໜີ້ໃໝ່, ສຸມໃສ່ການແກ້ໄຂໜີ້ສິນ ຕິດພັນກັບປ່ອຍສິນເຊືີ່ອຂອງ ທະນາຄານ, ໂດຍສະເພາະໂຄງການໄພພິບັດ, ໂຄງການທີ່ກາຍເປັນໜີ້ແກ່ຍາວມາຫຼາຍປີ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

