ລັດຈະຫັນດິນເປັນທຶນ

ລັດຈະຫັນດິນເປັນທຶນ

ລັດຖະບານລາວ ຈະຫັນດິນເປັນທຶນ ຫຼື ຈະຂາຍດິນໃນເຂດສະຫງວນສອງຟາກຂ້າງຖະໜົນ 450 ປີ ທີ່ມີການສະຫງວນໄວ້ເບື້ອງລະ 50 ແມັດ ຊຶ່ງມີຈຳນວນ 93 ຕອນ ລວມ ເນື້ອທີ່ 283.500 ຕາແມັດ ເພື່ອນຳເງິນມາຊຳລະທະນາຄານແຫ່ງ ສປປ ລາວ ແລະ ຄ່າກໍ່ສ້າງເສັ້ນທາງ.
 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃນນາມຮອງຄະນະແກ້ໄຂທີ່ດິນເຂດສະຫງວນສອງຟາກຖະໜົນວຽງຈັນ 450 ໄດ້ອອກແຈ້ງການ ກ່ຽວກັບການປະກາດຂາຍສິດນຳໃຊ້ທີ່ດິນ ດັ່ງກ່າວເມື່ອບໍ່ດົນມານີ້ ຊຶ່ງສໍາລັບຜູ້ທີ່ສົນໃຈຊື້ດິນເຂດສະຫງວນດັ່ງກ່າວສາມາດພົວພັນໂດຍກົງກັບໜ່ວຍງານກອງເລຂາ ແລະ ວິຊາການ ປະຈຳສະໜາມ ຢູ່ຫ້ອງການສະໜາມ 450 ປີ ຕັ້ງຢູ່ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. 

ຂ່າວ: ວຽງຈັນທາຍ

Related Articles

Leave a Reply