ລັດຖະບານແຫ່ງ ສປປ ລາວ ຈະນໍາໃຊ້ແຮງງານລາວທີ່ເດີນທາງມາຈາກຕ່າງປະເທດ ແລະ ແຮງງານຢູ່ພາຍໃນປະເທດ ທີ່ໄດ້ຮັບຜົນກະທົບຈາກການ ລະບາດຂອງພະຍາດ ໂຄວິດ-19 ກະທົບ ເນື່ອງຈາກການປິດ ແລະ ຢຸດເຊົາກິດຈະການ ເພື່ອທົດແທນແຮງງານນໍາເຂົ້າຈາກຕ່າງປະເທດທັງນີ້ກໍ່ເພື່ອບໍ່ໃຫ້ມີການວ່າງງານເພີ່ມຂື້ນສູງໃນຕໍ່ໜ້າ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນລາຍງານ ກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ມື້ວານນີ້ ວັນທີ 24 ມິຖຸນາ 2020, ໂດຍມີເນື້ອໃນບາງຕອນທີ່ກ່າວເຖິງບັນດາແຮງງານລາວທີ່ກັບຈາກຕ່າງປະເທດ ແລະ ພາຍໃນປະເທດທີ່ວ່າງງານຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ວ່າ : ທາງລັດຖະບານໄດ້ມີການປະເມີນຄືນກ່ຽວກັບແຮງງານລາວທີ່ໄດ້ຮັບຜົນກະທົບຈາກການ ລະບາດຂອງພະຍາດ ໂຄວິດ-19 ທີ່ເດີນທາງມາຈາກຕ່າງປະເທດ ຊຶ່ງມີຫຼາຍກວ່າ 100.000 ຄົນ ແລະ ນອກນັ້ນຍັງມີການປະເມີນແຮງງານຢູ່ພາຍໃນປະເທດ ທີ່ໄດ້ຮັບຜົນກະທົບຈາກການປິດ ແລະ ຢຸດເຊົາກິດຈະການ ຍ້ອນພະຍາດດັ່ງກ່າວເຊັ່ນກັນເຊິ່ງຈະຕ້ອງໄດ້ມີມາດຕະການແກ້ໄຂໂດຍໄວເພືີ່ອບໍ່ໃຫ້ມີໄພວ່າງງານເພີ່ມຂຶ້ນສູງໃນຕໍ່ໜ້າ.
ທ່ານ ທອງລຸນ ໄດ້ກ່າວຕື່ມວ່າ: ເພື່ອແກ້ໄຂໄພວ່າງງານດັ່ງກ່າວ ແນ່ນອນວ່າທາງລັດຖະບານຕ້ອງໄດ້ສຸມໃສ່ການດຶງດູດການລົງທຶນຂອງນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ມາລົງທຶນໃນໂຄງການໃດໜຶ່ງ ທີ່ຕ້ອງການນໍາໃຊ້ແຮງງານລາວຫຼາຍຂຶ້ນ, ເພືີ່ອເຮັດໃຫ້ປະຊາຊົນມີວຽກເຮັດງານທໍາທັງນີ້ກໍ່ເພືີ່ອທົດແທນການນໍາເຂົ້າແຮງງານຈາກຕ່າງປະເທດ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ

